Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:10 - ພຣະຄຳພີສັກສິ

10 ເມື່ອ​ເປໂຕ​ຜ່ານ​ທະຫານ​ຍາມ​ຊັ້ນ​ທີ​ໜຶ່ງ ແລະ​ຊັ້ນ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫຼັກ​ທີ່​ເຂົ້າ​ໄປ​ສູ່​ຕົວເມືອງ, ປະຕູ​ນີ້​ກໍ​ໄຂ​ເອງ​ໃຫ້​ພວກເພິ່ນ​ຍ່າງ​ອອກ​ໄປ, ພວກເພິ່ນ​ຍ່າງ​ລົງ​ຕາມ​ຖະໜົນ​ສາຍ​ໜຶ່ງ ແລະ​ໃນ​ທັນໃດນັ້ນ ເທວະດາ​ກໍ​ຈາກ​ເພິ່ນ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເມື່ອ​ພວກເພິ່ນ​ອອກ​ໄປ​ພົ້ນ​ຈາກ​ທະຫານ​ຍາມ​ຊຸດ​ທີ​ໜຶ່ງ ແລະ ຊຸດ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫລັກ​ທີ່​ຈະ​ເຂົ້າໄປ​ໃນ​ເມືອງ. ປະຕູ​ນັ້ນ​ກໍ​ໄຂ​ອອກ​ເອງ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ກໍ​ຜ່ານ​ປະຕູ​ນັ້ນ​ໄປ. ເມື່ອ​ພວກເພິ່ນ​ຍ່າງ​ໄປ​ເຖິງ​ທາງ​ແຍກ ທັນໃດ​ນັ້ນ ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ເພິ່ນ​ໄປ.

Uka jalj uñjjattʼäta Copia luraña




ກິດຈະການ 12:10
11 Jak'a apnaqawi uñst'ayäwi  

ແລະ​ສັ່ງ​ຂັງ​ພວກເຂົາ​ໃນ​ຄຸກ​ທີ່​ເຮືອນ​ຂອງ​ນາຍ​ທະຫານ​ຮັກສາ​ຣາຊວັງ ຊຶ່ງ​ເປັນ​ບ່ອນ​ດຽວກັນ​ກັບ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່.


ສະນັ້ນ ໂຢເຊັບ​ຈຶ່ງ​ສັ່ງ​ຂັງ​ພວກເຂົາ​ໄວ້​ສາມ​ວັນ.


ຄົນເຝົ້າຍາມ​ໄດ້​ເອີ້ນ​ບອກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ໄດ້​ຢືນ​ຍາມ​ທັງເວັນ​ທັງຄືນ.”


ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມຂັງ​ລາວ​ໄວ້ ເພາະ​ຍັງ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ລາວ​ເທື່ອ.


ໃນ​ຄໍ່າ​ວັນ​ດຽວກັນ​ນັ້ນ​ຄື​ວັນ​ອາທິດ ຊຶ່ງ​ເປັນ​ວັນ​ທີ່​ພວກ​ສາວົກ​ຮ່ວມ​ກັນ​ຢູ່​ໃນ​ຫ້ອງ ແລະ​ປິດ​ປະຕູ​ໃສ່​ໄລ​ໄວ້​ເພາະ​ຢ້ານ​ພວກ​ຢິວ ແລ້ວ​ພຣະເຢຊູເຈົ້າ​ກໍ​ສະເດັດ​ເຂົ້າ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ, ພຣະອົງ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ.”


ຫລັງຈາກ​ນັ້ນ​ແປດ​ວັນ​ຕໍ່ມາ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ພ້ອມ​ພຽງ​ກັນ​ໃນ​ເຮືອນ​ນັ້ນ​ອີກ ໂທມາ​ກໍ​ຢູ່​ນຳ​ພວກເພິ່ນ​ດ້ວຍ, ປະຕູ​ກໍ​ປິດ​ແລະ​ໃສ່​ໄລ​ກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ສະເດັດ​ເຂົ້າ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ ແລະ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ.”


ຫລັງຈາກ​ຈັບ​ເປໂຕ​ແລ້ວ ກໍ​ຂັງ​ເພິ່ນ​ໄວ້​ຄຸກ​ໂດຍ​ມອບ​ໃຫ້​ທະຫານ​ສີ່​ໝູ່, ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ຄຸມ​ຮັກສາ, ໂດຍ​ໝາຍໃຈ​ໄວ້​ວ່າ ຫລັງຈາກ​ງານ​ສະຫລອງ​ປັດສະຄາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ຈະ​ນຳ​ເປໂຕ​ອອກ​ມາ​ສອບສວນ​ເປີດເຜີຍ​ຕໍ່​ປະຊາຊົນ.


ໃນ​ທັນໃດນັ້ນ ກໍ​ເກີດ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ຮາກຖານ​ຂອງ​ຄຸກ​ສະທ້ານ​ສະເທືອນ, ປະຕູ​ຄຸກ​ທຸກ​ບານ​ໄຂ​ອອກ​ໃນທັນທີ ແລະ​ສາຍໂສ້​ທຸກ​ສາຍ​ທີ່​ລ່າມ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.


ແຕ່​ໃນ​ຄືນ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ໄຂ​ປະຕູ​ຄຸກ ແລະ​ນຳ​ພວກ​ອັກຄະສາວົກ​ອອກ​ມາ ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກ​ອັກຄະສາວົກ​ວ່າ,


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka