Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:8 - ພຣະຄຳພີສັກສິ

8 ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ດ້ວຍວ່າ ຂ້ານ້ອຍ​ບໍ່ເຄີຍ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ຫລື​ເປັນ​ມົນທິນ ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກເທື່ອ’,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 “ຂ້າພະເຈົ້າ​ຕອບ​ວ່າ, ‘ບໍ່​ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່​ເຄີຍ​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ສິ່ງ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກ​ເທື່ອ’.

Uka jalj uñjjattʼäta Copia luraña




ກິດຈະການ 11:8
9 Jak'a apnaqawi uñst'ayäwi  

ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ໄດ້​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກິນ​ອາຫານ​ທີ່​ຫວງຫ້າມ​ໃນ​ອັດຊີເຣຍ.


ພວກເຈົ້າ​ຕ້ອງ​ໄຈ້ແຍກ​ໃຫ້​ຈະແຈ້ງ ລະຫວ່າງ​ສິ່ງ​ທີ່​ເປັນ​ບໍຣິສຸດ​ແລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວໆໄປ; ລະຫວ່າງ​ສິ່ງ​ທີ່​ເປັນ​ມົນທິນ​ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ເຈົ້າ​ຕ້ອງ​ສາມາດ​ໄຈ້ແຍກ​ຢ່າງ​ລະມັດ​ລະວັງ ລະຫວ່າງ​ສັດ​ຈຳພວກ​ທີ່​ເປັນ​ມົນທິນ ແລະ​ຈຳພວກ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ຄື: ລະຫວ່າງ​ສັດ​ທີ່​ກິນ​ໄດ້​ແລະ​ສັດ​ທີ່​ກິນ​ບໍ່ໄດ້.


ພວກເຂົາ​ໄດ້​ສັງເກດ​ເຫັນ​ວ່າ ພວກ​ສາວົກ​ຂອງ​ພຣະອົງ​ກິນ​ເຂົ້າ​ໂດຍ​ບໍ່ໄດ້​ລ້າງ​ມື​ຕາມ​ພິທີ​ກ່ອນ. (


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ບອກ​ຂ້າພະເຈົ້າ​ວ່າ, ‘ເປໂຕ​ເອີຍ ຈົ່ງ​ລຸກ​ຂຶ້ນ ແລະ ຂ້າ​ກິນ​ເສຍ’


ແຕ່​ມີ​ສຽງ​ຈາກ​ທ້ອງຟ້າ​ກ່າວ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ​ຖືກ​ຊຳລະ​ແລ້ວ ຢ່າ​ຖື​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.’


ໝັ້ນໃຈ​ໃນ​ອົງ​ພຣະເຢຊູເຈົ້າ​ວ່າ ບໍ່ມີ​ອັນ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ; ແຕ່​ຖ້າ​ຄົນ​ໃດ​ຄິດ​ວ່າ​ມັນ​ເປັນ​ຂອງ​ຕ້ອງ​ຫ້າມ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳລັບ​ລາວ.


ເພາະວ່າ ຜົວ​ທີ່​ບໍ່​ເຊື່ອ ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ເມຍ​ຂອງຕົນ ແລະ​ເມຍ​ທີ່​ບໍ່​ເຊື່ອ​ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ຜົວ​ຂອງຕົນ ຖ້າບໍ່​ດັ່ງນັ້ນ ລູກ​ຂອງ​ພວກເຂົາ ກໍ​ຄົງ​ຈະ​ເປັນ​ດັ່ງ​ລູກ​ຂອງ​ຄົນ​ທີ່​ບໍ່​ບໍຣິສຸດ ແຕ່​ບັດນີ້ ລູກ​ນັ້ນ​ບໍຣິສຸດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka