Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:5 - ພຣະຄຳພີສັກສິ

5 “ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ເມືອງ​ຢົບປາ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ໜຶ່ງ ກຳລັງ​ລົງ​ມາ​ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ໃກ້​ເຖິງ​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 “ຂ້າພະເຈົ້າ​ຢູ່​ທີ່​ເມືອງ​ຢົບປາ​ກຳລັງ​ອະທິຖານ​ຢູ່ ແລະ ກໍ​ລືມຄີງ​ໄປ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ນິມິດ. ຂ້າພະເຈົ້າ​ເຫັນ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ທັງສີ່​ມູມ​ຢ່ອນ​ຈາກ​ສະຫວັນ​ລົງ​ມາ​ບ່ອນ​ທີ່​ຂ້າພະເຈົ້າ​ຢູ່.

Uka jalj uñjjattʼäta Copia luraña




ກິດຈະການ 11:5
12 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ມື​ເບື້ອງໜຶ່ງ ຖື​ໜັງສື​ມ້ວນ​ເດ່​ອອກ​ມາ​ທາງ​ຂ້າພະເຈົ້າ.


ພຣະອົງ​ຖາມ​ວ່າ, “ອາໂມດ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ກະຕ່າ​ໝາກໄມ້​ລະດູຮ້ອນ.” ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຍຸກ​ສຸດທ້າຍ ໄດ້​ມາຮອດ​ແລ້ວ​ສຳລັບ​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ.


“ແລ້ວ​ຂ້າພະເຈົ້າ​ກໍໄດ້​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ພຣະວິຫານ​ນັ້ນ ຂ້າພະເຈົ້າ​ກໍ​ລືມຄີງ​ໄປ.


ຢູ່​ໃນ​ເມືອງ​ດາມັສກັດ​ນີ້ ຍັງ​ມີ​ຜູ້​ທີ່​ເຊື່ອ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ລາວ​ທາງ​ນິມິດ​ວ່າ, “ອານາເນຍ​ເອີຍ.” ລາວ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂ້ານ້ອຍ​ຢູ່​ທີ່​ນີ້.”


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ເມືອງ​ຢົບປາ​ຢູ່​ໃກ້​ເມືອງ​ລິດດາ ແລະ​ເມື່ອ​ຄົນ​ທີ່​ເຊື່ອ​ໄດ້ຍິນ​ວ່າ ເປໂຕ​ຢູ່​ທີ່​ເມືອງ​ລິດດາ ພວກເຂົາ​ຈຶ່ງ​ໃຊ້​ສອງ​ຄົນ​ນຳ​ຄຳ​ຮ້ອງ​ຂໍ​ໄປ​ຫາ​ເພິ່ນ​ວ່າ, “ຂໍ​ຄວາມ​ກະລຸນາ ຟ້າວ​ມາ​ຫາ​ພວກເຮົາ​ດ້ວຍ ຢ່າ​ໄດ້​ຊັກຊ້າ.”


ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ແຜ່​ອອກ​ໄປ​ທົ່ວ​ເມືອງ​ຢົບປາ ແລະ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka