Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:3 - ພຣະຄຳພີສັກສິ

3 “ເປັນຫຍັງ​ທ່ານ​ຈຶ່ງ​ເຂົ້າ​ໄປ​ຫາ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ແລະ​ຮັບປະທານ​ອາຫານ​ກັບ​ພວກເຂົາ​ດ້ວຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ເວົ້າ​ວ່າ, “ທ່ານ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຄົນ​ທີ່​ບໍ່​ໄດ້​ຮັບ​ພິທີຕັດ ແລະ ຮັບປະທານ​ອາຫານ​ກັບ​ພວກເຂົາ”.

Uka jalj uñjjattʼäta Copia luraña




ກິດຈະການ 11:3
10 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ຟາຣີຊາຍ​ໄດ້​ເຫັນ​ເຊັ່ນ​ນີ້ ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ຮ່ວມ​ພາເຂົ້າ​ກັບ​ຄົນເກັບພາສີ ແລະ​ຄົນບາບ​ທັງຫລາຍ?”


ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ​ກໍ​ເລີ່ມ​ຈົ່ມ​ວ່າ, “ຄົນ​ນີ້​ຕ້ອນຮັບ​ຄົນ​ນອກສິນທຳ ແລະ​ຍັງ​ຮ່ວມ​ກິນ​ນຳ​ພວກເຂົາ​ດ້ວຍ”


ຕອນເຊົ້າ​ມືດ​ຢູ່ ພວກເຂົາ​ໄດ້​ນຳ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອນ​ຂອງ​ກາຢະຟາ ໄປ​ທີ່​ສຳນັກ​ຂອງ​ຜູ້ປົກຄອງ (ສານ​ປະໄຣໂຕຣຽນ), ແຕ່​ພວກ​ຢິວ​ບໍ່ໄດ້​ເຂົ້າ​ໄປ​ໃນ​ສານ​ນັ້ນ ເພາະ​ພວກເຂົາ​ຢາກ​ຮັກສາ​ຕົວ​ບໍ່​ໃຫ້​ເປັນ​ມົນທິນ​ຕາມ​ທຳນຽມ ເພື່ອ​ຈະ​ກິນ​ອາຫານ​ໄດ້​ໃນ​ເທດສະການ​ປັດສະຄາ.


ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ພັກ​ນຳ​ຕົນ. ໃນ​ວັນ​ຕໍ່ມາ ເປໂຕ​ກໍໄດ້​ລຸກ​ຂຶ້ນ ແລະ​ໄປ​ກັບ​ພວກເຂົາ ແລະ​ຍັງ​ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໃນ​ເມືອງ​ຢົບປາ ກໍ​ໄປ​ນຳ​ເພິ່ນ​ດ້ວຍ.


ເປໂຕ​ໄດ້​ກ່າວ​ກັບ​ຄົນ​ເຫຼົ່ານັ້ນ​ວ່າ, “ທ່ານ​ທັງຫລາຍ​ຮູ້​ດີ​ວ່າ ການ​ທີ່​ຄົນ​ຢິວ​ຈະ​ມາ​ຢ້ຽມຢາມ ຫລື​ເຂົ້າ​ຮ່ວມ​ຄົບຫາ​ສະມາຄົມ​ກັບ​ຄົນຕ່າງຊາດ ກໍ​ເປັນ​ການ​ຕ້ອງ​ຫ້າມ, ແຕ່​ພຣະເຈົ້າ​ໄດ້​ໂຜດ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ ບໍ່​ຕ້ອງ​ຖື​ຄົນໃດ​ຄົນໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື​ເປັນ​ມົນທິນ.


ດ້ວຍເຫດນັ້ນ ເຈົ້າ​ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ໄປ​ເຊີນ​ເອົາ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ​ຊີໂມນ ແລະ​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ ເພິ່ນ​ເປັນ​ແຂກ​ທີ່​ອາໄສ​ຢູ່​ນຳ​ຊ່າງ​ຟອກໜັງ ຊື່​ວ່າ, ຊີໂມນ ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທະເລ.’


ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ຄົນ​ເຫຼົ່ານັ້ນ ໃຫ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລ້ວ​ພວກເຂົາ​ກໍ​ຂໍ​ໃຫ້​ເປໂຕ​ຢູ່​ກັບ​ພວກ​ຕົນ​ອີກ​ສອງ​ສາມ​ວັນ.


ແຕ່​ເຮົາ​ໄດ້​ຂຽນ​ມາ​ບອກ​ພວກເຈົ້າ​ວ່າ ຖ້າ​ຜູ້ໃດ​ໄດ້​ຊື່​ວ່າ​ເປັນ​ພີ່ນ້ອງ​ແລ້ວ, ແຕ່​ຍັງ​ເປັນ​ຄົນ​ຫລິ້ນຊູ້ ຄົນ​ໂລບ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ເວົ້າ​ຫຍາບ​ຊ້າ ຄົນ​ຂີ້ເຫລົ້າ ຄົນ​ຂົ່ມຂູ່​ກໍດີ ຢ່າ​ຄົບຫາ​ກັບ​ຄົນ​ຢ່າງ​ນັ້ນ, ແມ່ນແຕ່​ກິນ​ເຂົ້າ​ຮ່ວມພາ ກໍ​ຢ່າ​ຊູ່​ກິນ.


ດ້ວຍວ່າ, ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ໄດ້​ມາ​ເຖິງ ເປໂຕ​ໄດ້​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ ແຕ່​ພໍ​ພວກ​ເຫຼົ່ານັ້ນ​ມາ​ເຖິງ​ແລ້ວ ເພິ່ນ​ກໍ​ຖອຍ​ອອກ​ມາ ແລະ​ບໍ່​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ​ອີກ ເພາະ​ເພິ່ນ​ຢ້ານ​ພວກ​ທີ່​ຖື​ພິທີຕັດ.


ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ​ຄຳນັບ​ຕໍ່​ຜູ້ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka