Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:12 - ພຣະຄຳພີສັກສິ

12 ພຣະວິນຍານ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ໂດຍ​ບໍ່​ໃຫ້​ຈຳແນກ​ລະຫວ່າງ​ຄົນຕ່າງຊາດ​ແລະ​ພວກເຮົາ. ພີ່ນ້ອງ​ທັງ​ຫົກ​ຄົນ​ນີ້​ກໍ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ ແລະ​ພວກເຮົາ​ທັງໝົດ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂກເນລີໂອ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພຣະວິນຍານບໍລິສຸດເຈົ້າ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກເຂົາ​ໂດຍ​ບໍ່​ໃຫ້​ລັງເລໃຈ. ພີ່ນ້ອງ​ຫົກ​ຄົນ​ເຫລົ່ານີ້​ກໍ​ໄດ້​ໄປ​ກັບ​ຂ້າພະເຈົ້າ​ເໝືອນກັນ ແລະ ພວກເຮົາ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 11:12
17 Jak'a apnaqawi uñst'ayäwi  

ແຕ່​ໃນ​ຂະນະ​ທີ່​ໂຢເຊັບ​ຄິດເຖິງ​ເລື່ອງ​ນີ້​ຢູ່ ກໍ​ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ປາກົດ​ຕໍ່​ລາວ​ໃນ​ຄວາມ​ຝັນ ແລະ​ກ່າວ​ວ່າ, “ໂຢເຊັບ ລູກ​ດາວິດ​ເອີຍ ຢ່າ​ສູ່​ຢ້ານ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ ການ​ທີ່​ມາຣີ​ຕັ້ງ​ທ້ອງ​ນັ້ນ​ກໍ​ມີ​ໂດຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ແຕ່​ເມື່ອ​ພຣະອົງ​ນັ້ນ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ​ຈະ​ສະເດັດ​ລົງ​ມາ ແລ້ວ​ພຣະອົງ​ຈະ​ນຳ​ເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຈິງ​ທັງໝົດ ເພາະ​ພຣະອົງ​ຈະ​ບໍ່​ກ່າວ​ແຕ່​ລຳພັງ​ຂອງ​ພຣະອົງ​ເອງ ແຕ່​ພຣະອົງ​ໄດ້ຍິນ​ສິ່ງໃດ​ກໍ​ຈະ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ປະກາດ​ໃຫ້​ເຈົ້າ​ທັງຫລາຍ ຮູ້​ເຖິງ​ສິ່ງ​ເຫຼົ່ານັ້ນ​ທີ່​ຈະ​ເກີດຂຶ້ນ.


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ພັກ​ນຳ​ຕົນ. ໃນ​ວັນ​ຕໍ່ມາ ເປໂຕ​ກໍໄດ້​ລຸກ​ຂຶ້ນ ແລະ​ໄປ​ກັບ​ພວກເຂົາ ແລະ​ຍັງ​ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໃນ​ເມືອງ​ຢົບປາ ກໍ​ໄປ​ນຳ​ເພິ່ນ​ດ້ວຍ.


ສ່ວນ​ຜູ້​ທີ່​ເຊື່ອ ຄື​ຄົນ​ຢິວ​ທີ່​ມາ​ຈາກ​ເມືອງ​ຢົບປາ​ກັບ​ເປໂຕ​ນັ້ນ ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ທີ່​ພຣະເຈົ້າ​ໄດ້​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ໃຫ້​ແກ່​ຄົນຕ່າງຊາດ​ເໝືອນກັນ.


ເພິ່ນ​ຜູ້​ນີ້​ໄດ້​ເລົ່າ​ເຫດການ​ໃຫ້​ພວກ​ຂ້າພະເຈົ້າ​ຟັງ ເຖິງ​ເລື່ອງ​ທີ່​ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ ຢືນ​ຢູ່​ໃນ​ເຮືອນ​ຂອງ​ເພິ່ນ ແລະ​ສັ່ງ​ວ່າ, ‘ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊາຍ​ຜູ້ໜຶ່ງ ຊື່​ວ່າ ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ.


ຂະນະທີ່​ພວກ​ພີ່ນ້ອງ​ກຳລັງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖືສິນ​ອົດອາຫານ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ບອກ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຄັດ​ເອົາ​ບາຣະນາບາ​ກັບ​ໂຊໂລ​ໄວ້​ໃຫ້​ເຮົາ ສຳລັບ​ພາລະກິດ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ​ນັ້ນ.”


ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.


ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.


ພຣະອົງ​ບໍ່ໄດ້​ປະຕິບັດ​ກັບ​ພວກເຮົາ​ແຕກຕ່າງ​ຈາກ​ພວກເຂົາ, ພຣະອົງ​ອະໄພ​ບາບກຳ​ຂອງ​ພວກເຂົາ​ດ້ວຍ​ຄວາມເຊື່ອ.


ພວກ​ຄົນ​ທີ່ເຊື່ອ​ໃນ​ນະຄອນ​ໂຣມ ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຮົາ ພວກເຂົາ​ຈຶ່ງ​ອອກ​ມາ​ຫາ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ​ທີ່​ສາລາ​ສາມ​ຫລັງ​ເພື່ອ​ພົບພໍ້​ກັບ​ພວກເຮົາ, ພໍ​ໂປໂລ​ເຫັນ​ພວກເຂົາ ເພິ່ນ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ​ຂຶ້ນ​ຢ່າງ​ຫລວງຫລາຍ.


ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສັ່ງ​ແກ່​ຟີລິບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ໃກ້​ຕິດ​ລົດມ້າ​ຄັນ​ນີ້​ໄປ.”


ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.


ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ປັ່ນປ່ວນ​ໂດຍ​ງ່າຍ ຫລື​ສະທ້ານ​ຕົກໃຈ ບໍ່​ວ່າ​ຈະ​ມາ​ດ້ວຍ​ທາງ​ວິນຍານ ຫລື​ມາ​ທາງ​ຄຳ​ເວົ້າ ຫລື​ທາງ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງ​ວ່າ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ເຖິງ​ແລ້ວ.


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka