Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:11 - ພຣະຄຳພີສັກສິ

11 ໃນ​ຂະນະ​ນັ້ນ​ເອງ ມີ​ຊາຍ​ສາມ​ຄົນ ທີ່​ຖືກ​ໃຊ້​ໃຫ້​ມາ​ຫາ​ຂ້າພະເຈົ້າ​ຈາກ​ກາຍຊາເຣຍ ກໍ​ມາ​ຮອດ​ເຮືອນ​ທີ່​ຂ້າພະເຈົ້າ​ອາໄສ​ຢູ່

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 “ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສາມ​ຄົນ​ທີ່​ຖືກ​ສົ່ງ​ຈາກ​ເມືອງ​ກາຍຊາເຣຍ​ມາ​ຫາ​ຂ້າພະເຈົ້າ ພວກເຂົາ​ໄດ້​ມາ​ຢຸດ​ຢູ່​ທີ່​ເຮືອນ​ບ່ອນ​ທີ່​ຂ້າພະເຈົ້າ​ອາໄສ​ຢູ່.

Uka jalj uñjjattʼäta Copia luraña




ກິດຈະການ 11:11
7 Jak'a apnaqawi uñst'ayäwi  

ພໍ​ໂມເຊ​ເວົ້າ​ດັ່ງນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ ແລະ​ຖາມ​ໂມເຊ​ວ່າ, “ເຈົ້າ​ມີ​ອ້າຍ​ຜູ້ໜຶ່ງ​ທີ່​ເປັນ​ຊາວ​ເລວີ ແລະ​ລາວ​ຊື່​ວ່າ​ອາໂຣນ​ບໍ່ແມ່ນ​ບໍ? ເຮົາ​ຮູ້​ວ່າ​ລາວ​ເວົ້າ​ເກັ່ງ. ເວລາ​ນີ້​ລາວ​ກຳລັງ​ອອກ​ມາ​ພົບ​ເຈົ້າ ແລະ​ລາວ​ຈະ​ດີ​ໃຈ​ທີ່ສຸດ​ເມື່ອ​ໄດ້​ພົບ​ເຈົ້າ.


ໃນຂະນະ​ດຽວກັນນີ້ ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ຈົ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ.” ສະນັ້ນ ອາໂຣນ​ຈຶ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ພູເຂົາ​ຂອງ​ພຣະເຈົ້າ ແລະ​ເມື່ອ​ພວກເພິ່ນ​ໄດ້​ພົບ​ກັນ ອາໂຣນ​ກໍ​ກອດ​ຈູບ​ໂມເຊ.


ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ເຂົ້າ​ໄປ​ໃນ​ຂົງເຂດ​ກາຍຊາເຣຍ​ແຫ່ງ​ຟີລິບປອຍ ພຣະອົງ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ​ບຸດ​ມະນຸດ​ເປັນ​ຜູ້ໃດ?”


ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ທັງໝົດ​ກໍ​ຖືກ​ຮັບ​ຄືນ​ຂຶ້ນ​ໄປ​ໃນ​ສະຫວັນ​ອີກ.


ແຕ່​ມີ​ຄົນ​ໄດ້​ເຫັນ​ຟີລິບ​ຢູ່​ໃນ​ເມືອງ​ອາໂຊໂຕ ແລະ​ຂະນະທີ່​ເພິ່ນ​ຜ່ານ​ເມືອງ​ທັງຫລາຍ​ໄປ​ນັ້ນ ເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka