Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:10 - ພຣະຄຳພີສັກສິ

10 ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ທັງໝົດ​ກໍ​ຖືກ​ຮັບ​ຄືນ​ຂຶ້ນ​ໄປ​ໃນ​ສະຫວັນ​ອີກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເຫດການ​ເຊັ່ນ​ນີ້​ໄດ້​ເກີດ​ຂຶ້ນ​ເຖິງ​ສາມ​ເທື່ອ, ແລ້ວ​ສິ່ງ​ທັງໝົດ​ນັ້ນ​ກໍ​ຖືກ​ຮັບ​ຄືນ​ສູ່​ສະຫວັນ​ອີກ.

Uka jalj uñjjattʼäta Copia luraña




ກິດຈະການ 11:10
6 Jak'a apnaqawi uñst'ayäwi  

ເຈົ້າ​ບາຫລາກ​ລຸກ​ຂຶ້ນ​ຢືນ​ກຳ​ກຳປັ້ນ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ນີ້ ເພື່ອ​ໃຫ້​ສາບແຊ່ງ​ສັດຕູ​ຂອງເຮົາ ແຕ່​ເຈົ້າ​ກັບ​ອວຍພອນ​ພວກເຂົາ​ເຖິງ​ສາມ​ເທື່ອ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ຕາຍ​ເພື່ອ​ເຮົາ​ແທ້​ບໍ? ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ເປໂຕ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ທຸກໃຈ​ທີ່​ພຣະເຢຊູເຈົ້າ​ໄດ້​ຖາມ​ຕົນ​ເຖິງ​ສາມ​ເທື່ອ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ສະນັ້ນ ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ພຣະອົງ​ຮູ້ຈັກ​ວ່າ ຂ້ານ້ອຍ​ຮັກ​ພຣະອົງ.” ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງເຮົາ​ເດີ.


ໃນ​ຂະນະ​ນັ້ນ​ເອງ ມີ​ຊາຍ​ສາມ​ຄົນ ທີ່​ຖືກ​ໃຊ້​ໃຫ້​ມາ​ຫາ​ຂ້າພະເຈົ້າ​ຈາກ​ກາຍຊາເຣຍ ກໍ​ມາ​ຮອດ​ເຮືອນ​ທີ່​ຂ້າພະເຈົ້າ​ອາໄສ​ຢູ່


ແຕ່​ມີ​ສຽງ​ຈາກ​ທ້ອງຟ້າ​ກ່າວ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ​ຖືກ​ຊຳລະ​ແລ້ວ ຢ່າ​ຖື​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.’


ເຮົາ​ໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ​ເຖິງ​ສາມ​ເທື່ອ ກ່ຽວກັບ​ເລື່ອງ​ນີ້ ເພື່ອ​ຂໍ​ໃຫ້​ພຣະອົງ​ເອົາ​ໜີໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka