Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:8 - ພຣະຄຳພີສັກສິ

8 ເມື່ອ​ໄດ້​ເລົ່າ​ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ສູ່​ພວກເຂົາ​ຟັງ​ແລ້ວ ເພິ່ນ​ກໍ​ໃຊ້​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແລ້ວ​ເພິ່ນ​ໄດ້​ເລົ່າ​ທຸກ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ໃຫ້​ພວກເຂົາ​ຟັງ ແລະ ສົ່ງ​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.

Uka jalj uñjjattʼäta Copia luraña




ກິດຈະການ 10:8
11 Jak'a apnaqawi uñst'ayäwi  

ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ຂະນະທີ່​ເປໂຕ​ຍັງ​ຄິດ​ບໍ່​ອອກ​ວ່າ ນິມິດ​ທີ່​ຕົນ​ໄດ້​ເຫັນ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ໃດ ແລະ​ເບິ່ງແມ! ຄົນ​ທີ່​ໂກເນລີໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ໄດ້​ສອບ​ຖາມ​ຫາ​ເຮືອນ​ຂອງ​ຊີໂມນ ແລະ​ໄດ້​ຮູ້​ວ່າ​ຢູ່​ທີ່​ໃດ​ແລ້ວ ພວກເຂົາ​ກໍໄດ້​ມາ​ຢືນ​ຢູ່​ທີ່​ໜ້າ​ປະຕູ​ເຮືອນ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ທ່ານ​ໂດຍ​ທັນທີ ແລະ​ທ່ານ​ກໍດີ​ແທ້ໆ ທີ່​ໄດ້​ກະລຸນາ​ມາ, ບັດນີ້ ພວກ​ຂ້ານ້ອຍ​ທັງໝົດ ກໍ​ພ້ອມ​ກັນ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ທີ່​ນີ້​ແລ້ວ ເພື່ອ​ຈະ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ໄວ້​ກັບ​ທ່ານ.”


ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ໄປ. ດັ່ງນັ້ນ ໂກເນລີໂອ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ປະຈຳ​ເຮືອນ​ຂອງຕົນ​ສອງ​ຄົນ​ເຂົ້າ​ມາ ພ້ອມ​ກັບ​ທະຫານ​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ ແລະ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ທະຫານ​ທີ່​ຄອຍ​ຮັບໃຊ້​ຕົນ.


“ກະສັດ​ອັກຄຼີປາ​ທີ່​ນັບຖື ເມື່ອ​ເປັນ​ເຊັ່ນນັ້ນ ຂ້ານ້ອຍ​ບໍ່ໄດ້​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ທີ່​ມາ​ເຖິງ​ຂ້ານ້ອຍ.


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ເມືອງ​ຢົບປາ​ຢູ່​ໃກ້​ເມືອງ​ລິດດາ ແລະ​ເມື່ອ​ຄົນ​ທີ່​ເຊື່ອ​ໄດ້ຍິນ​ວ່າ ເປໂຕ​ຢູ່​ທີ່​ເມືອງ​ລິດດາ ພວກເຂົາ​ຈຶ່ງ​ໃຊ້​ສອງ​ຄົນ​ນຳ​ຄຳ​ຮ້ອງ​ຂໍ​ໄປ​ຫາ​ເພິ່ນ​ວ່າ, “ຂໍ​ຄວາມ​ກະລຸນາ ຟ້າວ​ມາ​ຫາ​ພວກເຮົາ​ດ້ວຍ ຢ່າ​ໄດ້​ຊັກຊ້າ.”


ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ແຜ່​ອອກ​ໄປ​ທົ່ວ​ເມືອງ​ຢົບປາ ແລະ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ຈາກ​ນັ້ນ ເປໂຕ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ ຢູ່​ກັບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ຊີໂມນ​ເປັນ​ຊ່າງ​ຟອກໜັງ.


ທີ່​ຈະ​ໂຜດ​ສຳແດງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ປາກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ນັ້ນ ໃນ​ທ່າມກາງ​ພວກ​ຕ່າງຊາດ ເຮົາ​ບໍ່ໄດ້​ປຶກສາ​ກັນ​ກັບ​ມະນຸດ​ຄົນ​ໃດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka