ກິດຈະການ 10:7 - ພຣະຄຳພີສັກສິ7 ແລ້ວເທວະດາຕົນນັ້ນກໍຈາກໄປ. ດັ່ງນັ້ນ ໂກເນລີໂອໄດ້ເອີ້ນຄົນຮັບໃຊ້ປະຈຳເຮືອນຂອງຕົນສອງຄົນເຂົ້າມາ ພ້ອມກັບທະຫານຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດ ແລະເປັນຄົນໜຶ່ງໃນພວກທະຫານທີ່ຄອຍຮັບໃຊ້ຕົນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ເມື່ອເທວະດາທີ່ມາບອກເພິ່ນໄດ້ຈາກໄປແລ້ວ, ໂກເນລີໂອຈຶ່ງເອີ້ນຜູ້ຮັບໃຊ້ສອງຄົນ ແລະ ທະຫານຮັບໃຊ້ຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດມາພົບເພິ່ນ. Uka jalj uñjjattʼäta |
ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດ້ວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້ດີຍິ່ງຂຶ້ນ ເພາະເຫດວ່າ ນາຍຜູ້ຮັບປະໂຫຍດຈາກວຽກງານຂອງພວກເຂົານັ້ນ ກໍເປັນຄົນທີ່ເຊື່ອແລະເປັນທີ່ຮັກຂອງພວກເຂົາ. ເຈົ້າຕ້ອງສັ່ງສອນ ແລະເທດສະໜາຂໍ້ຄວາມເຫຼົ່ານີ້.
ເພາະບັດນີ້ ລາວບໍ່ແມ່ນເປັນພຽງຄົນຮັບໃຊ້ຄົນໜຶ່ງເທົ່ານັ້ນ ແຕ່ດີກວ່າຄົນຮັບໃຊ້ອີກ ຄືເປັນອ້າຍນ້ອງທີ່ຮັກຄົນໜຶ່ງ, ລາວເປັນທີ່ຮັກແກ່ເຮົາຫລາຍ ແລະກໍຄົງເປັນທີ່ຮັກແກ່ເຈົ້າຫລາຍກວ່ານັ້ນອີກ ທັງໃນຖານະທີ່ເປັນເພື່ອນມະນຸດ ແລະໃນຖານະທີ່ເປັນພີ່ນ້ອງກັນໃນອົງພຣະຜູ້ເປັນເຈົ້າດ້ວຍ.