Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:5 - ພຣະຄຳພີສັກສິ

5 ບັດນີ້ ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊາຍ​ຜູ້ໜຶ່ງ ຊື່​ວ່າ ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເປໂຕ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ບັດນີ້ ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ເປໂຕ.

Uka jalj uñjjattʼäta Copia luraña




ກິດຈະການ 10:5
10 Jak'a apnaqawi uñst'ayäwi  

ພວກ​ອັກຄະສາວົກ​ສິບສອງ​ຄົນ​ທີ່​ພຣະເຢຊູເຈົ້າ​ໄດ້​ເລືອກ​ມີ​ດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ວ່າ ເປໂຕ),


ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).


ພວກເຂົາ​ຮ້ອງ​ຖາມ​ຂຶ້ນ​ວ່າ, “ທ່ານ​ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເປໂຕ ພັກ​ຢູ່​ທີ່​ນີ້​ຫລື​ບໍ່?”


ດ້ວຍເຫດນັ້ນ ເຈົ້າ​ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ໄປ​ເຊີນ​ເອົາ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ​ຊີໂມນ ແລະ​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ ເພິ່ນ​ເປັນ​ແຂກ​ທີ່​ອາໄສ​ຢູ່​ນຳ​ຊ່າງ​ຟອກໜັງ ຊື່​ວ່າ, ຊີໂມນ ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທະເລ.’


ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ເມືອງ​ຢົບປາ​ຢູ່​ໃກ້​ເມືອງ​ລິດດາ ແລະ​ເມື່ອ​ຄົນ​ທີ່​ເຊື່ອ​ໄດ້ຍິນ​ວ່າ ເປໂຕ​ຢູ່​ທີ່​ເມືອງ​ລິດດາ ພວກເຂົາ​ຈຶ່ງ​ໃຊ້​ສອງ​ຄົນ​ນຳ​ຄຳ​ຮ້ອງ​ຂໍ​ໄປ​ຫາ​ເພິ່ນ​ວ່າ, “ຂໍ​ຄວາມ​ກະລຸນາ ຟ້າວ​ມາ​ຫາ​ພວກເຮົາ​ດ້ວຍ ຢ່າ​ໄດ້​ຊັກຊ້າ.”


ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ແຜ່​ອອກ​ໄປ​ທົ່ວ​ເມືອງ​ຢົບປາ ແລະ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ຈາກ​ນັ້ນ ເປໂຕ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ ຢູ່​ກັບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ຊີໂມນ​ເປັນ​ຊ່າງ​ຟອກໜັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka