Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:41 - ພຣະຄຳພີສັກສິ

41 ບໍ່ໄດ້​ຊົງ​ໃຫ້​ປາກົດ​ແກ່​ພົນລະເມືອງ​ທົ່ວ​ໄປ, ແຕ່​ຊົງ​ປາກົດ​ແກ່​ພວກ​ພະຍານ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ລ່ວງໜ້າ ຄື​ຊົງ​ປາກົດ​ແກ່​ພວກ​ຂ້າພະເຈົ້າ ຜູ້​ໄດ້​ກິນ​ແລະ​ໄດ້​ດື່ມ​ດ້ວຍກັນ​ກັບ​ພຣະອົງ ພາຍ​ຫລັງ​ທີ່​ພຣະອົງ​ໄດ້​ຊົງ​ຄືນພຣະຊົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.

Uka jalj uñjjattʼäta Copia luraña




ກິດຈະການ 10:41
15 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ນັ່ງ​ລົງ​ຮັບປະທານ​ອາຫານ​ກັບ​ພວກເພິ່ນ ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ກ່າວ​ໂມທະນາ​ຂອບພຣະຄຸນ ແລະ​ຫັກ​ເຂົ້າຈີ່​ນັ້ນ​ຍື່ນໃຫ້​ພວກເພິ່ນ.


ພວກເຈົ້າ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ເຫຼົ່ານີ້.


ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະອົງ, ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ ເພາະ​ພຣະອົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ຢູ່​ໃນ ພວກເຈົ້າ.”


ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີ​ຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ເໝືອນກັນ.


ຢູດາ​ຜູ້​ທີ່​ບໍ່ແມ່ນ​ຢູດາ​ອິດສະກາຣີອົດ ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນຫຍັງ​ພຣະອົງ​ຈຶ່ງ​ສຳແດງ​ຕົວ​ແກ່​ພວກ​ຂ້ານ້ອຍ ແຕ່​ບໍ່​ສຳແດງ​ຕົວ​ແກ່​ໂລກ?”


ບໍ່ແມ່ນ​ເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ​ແຕ່ງຕັ້ງ​ເຈົ້າ​ທັງຫລາຍ​ເພື່ອ​ໃຫ້​ອອກໄປ ແລະ​ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ, ເພື່ອ​ວ່າ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ທູນ​ຂໍ​ສິ່ງໃດ ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ ພຣະອົງ​ກໍ​ຈະ​ຊົງ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ຝ່າຍ​ພວກເຈົ້າ​ກໍ​ຈະ​ເປັນ​ພະຍານ​ກ່ຽວກັບ​ເຮົາ​ເໝືອນກັນ ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ຕັ້ງແຕ່​ຕົ້ນ​ມາ​ແລ້ວ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຈັບ​ເອົາ​ເຂົ້າຈີ່ ແລະ​ປາ​ຢາຍ​ໃຫ້​ພວກເພິ່ນ.


ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ ຈົນເຖິງ​ວັນ​ທີ່​ພຣະເຈົ້າ​ຊົງ​ຮັບ​ພຣະອົງ​ຂຶ້ນ​ເມືອ​ຈາກ​ພວກເຮົາ ຄົນ​ໜຶ່ງ​ໃນ​ພວກ​ນີ້​ຈະ​ຕ້ອງ​ກາຍເປັນ​ພະຍານ​ກັບ​ພວກເຮົາ​ວ່າ, ພຣະອົງ​ຊົງ​ຄືນພຣະຊົນ​ແລ້ວ.”


ໃນ​ເວລາ​ທີ່​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ດັ່ງນີ້: “ຢ່າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ, ແຕ່​ໃຫ້​ຄອຍ​ຮັບ​ຂອງ​ປະທານ​ໃຫ້ ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້ ຕາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.


ພວກ​ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ​ໃນ​ນະຄອນ​ເຢຣູຊາເລັມ, ແລ້ວ​ພວກເຂົາ​ກໍໄດ້​ປະຫານ​ພຣະອົງ​ເສຍ ໂດຍ​ຕອກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.


ເປັນ​ເວລາ​ຫລາຍ​ວັນ ທີ່​ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ຫລາຍ​ຄົນ​ໃຫ້​ໄດ້​ເຫັນ ຄື​ພວກ​ທີ່​ຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ເຖິງ​ນະຄອນ​ເຢຣູຊາເລັມ, ບັດນີ້​ຄົນ​ເຫຼົ່ານັ້ນ​ແຫຼະ ໄດ້​ເປັນ​ພະຍານ​ຝ່າຍ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka