Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:4 - ພຣະຄຳພີສັກສິ

4 ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?” ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




ກິດຈະການ 10:4
24 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບ​ປ່ວຍໜັກ ເກືອບ​ຈະ​ສິ້ນໃຈ​ຕາຍ. ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້ຕອບ​ເພິ່ນ​ໂດຍ​ສຳແດງ​ໝາຍສຳຄັນ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ດີ.


ຂໍ​ພຣະອົງ​ໂຜດ​ຟັງ​ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດຢູ່ ໂຜດ​ຟັງ​ພວກເຂົາ​ແລະ​ເຮັດ​ຕາມ​ທີ່​ພວກເຂົາ​ຂໍຮ້ອງ​ດ້ວຍ ເພື່ອ​ວ່າ​ປະຊາຊົນ​ທົ່ວໂລກ​ຈະ​ໄດ້​ຮູ້ຈັກ​ນາມຊື່​ຂອງ​ພຣະອົງ​ແລະ​ຢຳເກງ​ພຣະອົງ ເໝືອນກັນ​ກັບ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ໄດ້​ວ່າ​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ຂຶ້ນ​ນີ້​ແມ່ນ​ສະຖານທີ່​ທີ່​ມະນຸດ​ນະມັດສະການ​ພຣະອົງ.


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ຂໍ​ພຣະອົງ​ຮັບ​ເຄື່ອງ ທີ່​ທ່ານ​ນຳ​ມາ​ຖວາຍ​ທັງໝົດ ແລະ​ພໍໃຈ​ກັບ​ເຄື່ອງ​ບູຊາ ທີ່​ທ່ານ​ໄດ້​ນຳ​ມາ​ນັ້ນ.


ຈົ່ງ​ໄປ​ສານ​ແລະ​ເອົາ​ຄຳ​ກ່າວຫາ​ໄປ​ນຳ ໃຫ້​ສະເໜີ​ຄະດີ​ເພື່ອ​ພິສູດ​ວ່າ​ເປັນ​ຝ່າຍ​ຖືກ


ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”


ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ດານີເອນ​ເອີຍ ພຣະເຈົ້າ​ຮັກ​ເຈົ້າ. ຈົ່ງ​ລຸກ​ຂຶ້ນ ແລະ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ. ພຣະເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຫາ​ເຈົ້າ.” ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ລຸກ​ຢືນ​ຂຶ້ນ​ແຕ່​ຕົວ​ກໍ​ຍັງ​ສັ່ນ​ຢູ່.


ແລະ​ໃຫ້​ລາວ​ນຳ​ສິ່ງ​ນັ້ນ​ມາ​ໃຫ້​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ. ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ ພ້ອມ​ນໍ້າມັນ​ແລະ​ເຄື່ອງຫອມ ມາ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ແລ້ວ​ຄົນ​ຢຳເກງ​ພຣະເຈົ້າຢາເວ​ກໍໄດ້​ເວົ້າ​ຕໍ່​ກັນແລະກັນ; ພຣະເຈົ້າຢາເວ​ກໍ​ໄດ້ຍິນ ແລະ​ໄດ້​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. ຊ້ອງໜ້າ​ຂອງ​ພຣະອົງ ມີ​ໜັງສື​ເຫຼັ້ມ​ໜຶ່ງ​ຊຶ່ງ​ບັນທຶກ​ຊື່​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ແລະ​ເຄົາຣົບ​ນັບຖື​ພຣະນາມ​ຂອງ​ພຣະອົງ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ທົ່ວ​ທຸກ​ບ່ອນ​ໃນ​ໂລກ​ທີ່​ມີ​ການ​ປະກາດ​ຂ່າວປະເສີດ ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ ຈະ​ເປັນ​ທີ່​ກ່າວ​ກັນ​ໄປ​ເຖິງ​ບ່ອນ​ນັ້ນ ເພື່ອ​ລະນຶກເຖິງ​ນາງ.”


ຝ່າຍ​ມາຣີ​ກໍ​ຕົກໃຈ​ຫລາຍ​ໃນ​ຖ້ອຍຄຳ​ເຫຼົ່ານີ້ ນາງ​ຈຶ່ງ​ຄິດ​ພິຈາລະນາ​ວ່າ ຄຳ​ທັກທາຍ​ຂອງ​ເພິ່ນ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ.


ດ້ວຍ​ຄວາມ​ຢ້ານ​ທີ່ສຸດ ພວກ​ນາງ​ຈຶ່ງ​ກົ້ມ​ຂາບລົງ​ພື້ນດິນ ແລະ​ຊາຍ​ສອງ​ຄົນ​ກໍ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນຕາຍ?


ເພິ່ນ​ກ່າວ​ວ່າ, ‘ໂກເນລີໂອ​ເອີຍ, ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ​ພຣະເຈົ້າ​ໄດ້​ລະນຶກເຖິງ​ການ​ໃຫ້​ທານ​ທີ່​ເຈົ້າ​ໄດ້​ເຮັດ.


ລາວ​ນັ່ງ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ເວົ້າ​ຢູ່, ເມື່ອ​ໂປໂລ​ເພັ່ງຕາ​ເບິ່ງ​ຄົນ​ນີ້ ກໍ​ເຫັນ​ວ່າ ລາວ​ມີ​ຄວາມເຊື່ອ​ພໍ​ຈະ​ດີ​ພະຍາດ​ໄດ້


ຂ້າພະເຈົ້າ​ຖາມ​ວ່າ, ‘ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ?’ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຈົ້າ ເຖິງ​ສິ່ງ​ທັງໝົດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ.’


ເປໂຕ ແລະ ໂຢຮັນ​ໄດ້​ຈ້ອງ​ຕາ​ເບິ່ງ​ລາວ ແລະ​ເປໂຕ​ກໍ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ.”


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ຢ່າ​ທຸກຮ້ອນ​ໃຈ​ດ້ວຍ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ທູນ​ເລື່ອງ​ຄວາມ​ປາຖະໜາ​ທຸກຢ່າງ​ຂອງ​ພວກເຈົ້າ ຕໍ່​ພຣະເຈົ້າ​ດ້ວຍ​ການ​ພາວັນນາ​ອະທິຖານ ດ້ວຍ​ການ​ອ້ອນວອນ​ທູນ​ຂໍ ແລະ​ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


ຄວັນ​ທີ່​ເຜົາ​ເຄື່ອງຫອມ ພ້ອມ​ທັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ໄພ່ພົນ​ຂອງ​ພຣະເຈົ້າ ໄດ້​ລອຍ​ຂຶ້ນ​ໄປ​ຈາກ​ມື​ຂອງ​ເທວະດາ​ທີ່​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ພຣະເຈົ້າຢາເວ​ໄດ້​ມາ​ຢືນ​ຢູ່​ໃນ​ບ່ອນ​ນັ້ນ ແລະ​ເອີ້ນ​ເໝືອນ​ດັ່ງ​ແຕ່​ກ່ອນ​ວ່າ, “ຊາມູເອນ ຊາມູເອນ​ເອີຍ!” ຊາມູເອນ​ຕອບ​ວ່າ, “ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka