ກິດຈະການ 10:2 - ພຣະຄຳພີສັກສິ2 ໂກເນລີໂອເປັນຜູ້ຖືສາສະໜາຢ່າງຖືກຕ້ອງ ແລະທຸກຄົນໃນຄອບຄົວຂອງເພິ່ນ ຕ່າງກໍຢຳເກງພຣະເຈົ້າ ເພິ່ນເຄີຍໃຫ້ທານຢ່າງຫລວງຫລາຍ ເພື່ອຊ່ວຍຜູ້ຍາກຈົນ ແລະພາວັນນາອະທິຖານຫາພຣະເຈົ້າຢ່າງສະໝໍ່າສະເໝີບໍ່ໄດ້ຂາດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ເພິ່ນ ແລະ ຄອບຄົວຂອງເພິ່ນແມ່ນຢຶດໝັ້ນໃນສາສະໜາ ແລະ ຢຳເກງພຣະເຈົ້າ, ເພິ່ນເຄີຍຊ່ວຍເຫລືອຄົນຍາກຈົນດ້ວຍໃຈກວ້າງຂວາງ ແລະ ອະທິຖານຕໍ່ພຣະເຈົ້າເປັນປະຈຳ. Uka jalj uñjjattʼäta |
ຂໍໂຜດຟັງຄຳພາວັນນາອະທິຖານຂອງເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ຂໍໂຜດຟັງເຂົາ ແລະເຮັດຕາມທີ່ເຂົາຮ້ອງຂໍດ້ວຍເທີ້ນ ເພື່ອວ່າປະຊາຊົນທົ່ວໂລກຈະຮູ້ຈັກພຣະນາມຂອງພຣະອົງ ແລະຢຳເກງພຣະອົງ, ເໝືອນດັ່ງປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ວ່າວິຫານທີ່ຂ້ານ້ອຍໄດ້ສ້າງນີ້ ແມ່ນບ່ອນທີ່ຮ້ອງຂໍອອກນາມຊື່ຂອງພຣະອົງ.
ຂໍພຣະອົງໂຜດຟັງທີ່ສະຫວັນບ່ອນພຣະອົງສະຖິດຢູ່ ໂຜດຟັງພວກເຂົາແລະເຮັດຕາມທີ່ພວກເຂົາຂໍຮ້ອງດ້ວຍ ເພື່ອວ່າປະຊາຊົນທົ່ວໂລກຈະໄດ້ຮູ້ຈັກນາມຊື່ຂອງພຣະອົງແລະຢຳເກງພຣະອົງ ເໝືອນກັນກັບປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ໄດ້ວ່າວິຫານທີ່ຂ້ານ້ອຍໄດ້ສ້າງຂຶ້ນນີ້ແມ່ນສະຖານທີ່ທີ່ມະນຸດນະມັດສະການພຣະອົງ.
ເມື່ອດານີເອນຮູ້ວ່າໜັງສືຄຳສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມຢູ່ສາມປ່ອງປິ່ນໜ້າໃສ່ນະຄອນເຢຣູຊາເລັມ. ຢູ່ທີ່ນັ້ນດັ່ງທີ່ເຄີຍປະຕິບັດມາ ດານີເອນໄດ້ຄຸເຂົ່າລົງຕໍ່ໜ້າປ່ອງຢ້ຽມທີ່ໄຂໄວ້, ພາວັນນາອະທິຖານ ແລະໂມທະນາຂອບພຣະຄຸນຕໍ່ພຣະເຈົ້າຂອງເພິ່ນ ວັນລະສາມເທື່ອ ດັ່ງທີ່ເພິ່ນເຄີຍປະຕິບັດມາແຕ່ກ່ອນ.
ຖ້າພວກເຈົ້າບໍ່ເຕັມໃຈບົວລະບັດຮັບໃຊ້ພຣະເຈົ້າຢາເວ ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ຂາບໄຫວ້ໃນເມໂຊໂປຕາເມຍ ຫລືບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່ນີ້. ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”