Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:11 - ພຣະຄຳພີສັກສິ

11 ເປໂຕ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ມີ​ສິ່ງ​ໜຶ່ງ​ກຳລັງ​ລົງ​ມາ ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ​ຖືກ​ຢ່ອນ​ລົງ​ມາ​ເທິງ​ໜ້າ​ດິນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເພິ່ນ​ໄດ້​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ຖືກ​ຢ່ອນ​ລົງ​ມາ​ເທິງ​ໂລກ​ທັງ​ສີ່​ມູມ.

Uka jalj uñjjattʼäta Copia luraña




ກິດຈະການ 10:11
28 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ເຮົາ​ຈະ​ບອກ​ທິດເໜືອ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ບອກ​ທິດໃຕ້​ບໍ່​ໃຫ້​ຈ່ອງດຶງ​ພວກເຂົາ​ໄວ້. ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໃຫ້​ຄືນມາ​ແຕ່​ທີ່​ໄກຫ່າງ ຈາກ​ທຸກໆ​ມຸມ​ແຜ່ນດິນ​ໂລກ​ພຸ້ນ​ເດີ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ທີ່​ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ກັບຄືນ​ມາ​ແຕ່​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໄດ້​ສັນຍາ​ວ່າ ພຣະອົງ​ຍັງ​ຈະ​ນຳ​ປະຊາຊົນ​ອື່ນໆ​ມາ​ຮ່ວມ​ກັບ​ພວກເຂົາ.


ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຫລາຍ​ຄົນ​ຈະ​ມາ​ຈາກ​ທິດ​ຕາເວັນອອກ​ກັບ​ທິດ​ຕາເວັນຕົກ ແລະ​ນັ່ງ​ຮ່ວມ​ໂຕະ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ສະຫວັນ.


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ແລ້ວ ພຣະເຢຊູເຈົ້າ​ກໍ​ຮັບ​ບັບຕິສະມາ​ເໝືອນກັນ ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ທ້ອງຟ້າ​ກໍ​ໄຂ​ອອກ​ແກ່​ພຣະອົງ


ພຣະເຢຊູເຈົ້າ​ກ່າວ​ຕື່ມ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ຝູງ​ເທວະດາ​ຂອງ​ພຣະເຈົ້າ ກໍ​ຂຶ້ນໆ​ລົງໆ​ເທິງ​ບຸດ​ມະນຸດ.”


ແລະ​ບໍ່ແມ່ນ​ເພື່ອ​ແທນ​ປະເທດ​ຊາດ​ເທົ່ານັ້ນ ແຕ່​ເພື່ອ​ເຕົ້າໂຮມ​ປະຊາຊົນ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ກັນ​ໄປ​ນັ້ນ ໃຫ້​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.


ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນ​ໂລກ​ນີ້ ແລ້ວ​ເຮົາ​ຈະ​ຊັກນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ.” (


ໃນ​ຜ້າ​ຜືນ​ນັ້ນ ມີ​ສັດ​ທຸກ​ຊະນິດ ຄື​ສັດ​ສີ່​ຕີນ ສັດ​ເລືອຄານ ແລະ ນົກ​ທັງຫລາຍ.


“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ເມືອງ​ຢົບປາ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ໜຶ່ງ ກຳລັງ​ລົງ​ມາ​ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ໃກ້​ເຖິງ​ຂ້າພະເຈົ້າ.


ຊະເຕຟາໂນ​ກ່າວ​ວ່າ, “ເບິ່ງແມ! ຂ້າພະເຈົ້າ​ເຫັນ​ຟ້າ​ສະຫວັນ​ໄຂ​ອອກ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ມື​ຂອງ​ພຣະເຈົ້າ.”


ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ.


ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ ໄດ້​ຮັບ​ການ​ຊົງ​ໃຫ້​ເປັນ​ລູກ​ຂອງ​ພຣະເຈົ້າ ໃຫ້​ພວກເຂົາ​ຮັບ​ພຣະ​ສະຫງ່າຣາສີ ຮັບ​ບັນດາ​ພັນທະສັນຍາ ກັບ​ພວກເຂົາ ແລະ​ມອບ​ກົດບັນຍັດ, ພິທີ​ນະມັດສະການ ແລະ​ບັນດາ​ຄຳສັນຍາ​ໃຫ້​ແກ່​ພວກເຂົາ.


ແມ່ນ​ຢູ່ ພວກເຮົາ​ເປັນ​ຢິວ​ໂດຍ​ກຳເນີດ ແລະ​ບໍ່ແມ່ນ “ພວກ​ຕ່າງຊາດ​ທີ່​ເປັນ​ຄົນ​ບາບ”,


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ປະສົງ​ວ່າ ເມື່ອ​ເວລາ​ກຳນົດ​ຄົບ​ບໍຣິບູນ​ແລ້ວ ພຣະອົງ​ຈະ​ຊົງ​ຮວບຮວມ​ສິ່ງສາລະພັດ ທັງ​ມີ​ຢູ່​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ​ໄວ້​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.


ວ່າ ຄົນຕ່າງຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍຣະດົກ​ຮ່ວມ​ກັນ ເປັນ​ອະໄວຍະວະ​ຂອງ​ກາຍ​ອັນ​ດຽວກັນ ທັງ​ມີ​ສ່ວນ​ໄດ້​ຮັບ​ພຣະສັນຍາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໂດຍ​ທາງ​ຂ່າວປະເສີດ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.


ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka