Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:10 - ພຣະຄຳພີສັກສິ

10 ເພິ່ນ​ຮູ້​ສຶກ​ຫິວ​ແລະ​ຢາກ​ກິນ​ເຂົ້າ ໃນ​ຂະນະທີ່​ພວກເຂົາ​ຕຽມ​ອາຫານ​ຢູ່​ນັ້ນ ເພິ່ນ​ກໍໄດ້​ເຫັນ​ນິມິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເພິ່ນ​ຮູ້ສຶກ​ຫິວ ແລະ ຢາກ​ຈະ​ຫາ​ບາງ​ຢ່າງ​ມາ​ກິນ, ແລະ ໃນ​ລະຫວ່າງ​ທີ່​ຄົນ​ກຳລັງ​ຈັດຕຽມ​ອາຫານ​ຢູ່​ນັ້ນ, ເປໂຕ​ກໍ​ລືມ​ຄີງ​ໄປ.

Uka jalj uñjjattʼäta Copia luraña




ກິດຈະການ 10:10
13 Jak'a apnaqawi uñst'ayäwi  

ໃນ​ນິມິດ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ສູ່​ບ່ອນ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ບາບີໂລນ ແລ້ວ​ນິມິດ​ກໍ​ຫາຍ​ໄປ


ໃນ​ນິມິດ​ນັ້ນ ພຣະເຈົ້າ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ດິນແດນ​ອິດສະຣາເອນ ແລະ​ວາງ​ຂ້າພະເຈົ້າ​ໄວ້​ເທິງ​ພູສູງ​ແຫ່ງ​ໜຶ່ງ. ຂ້າພະເຈົ້າ​ໄດ້​ເຫັນ​ອາຄານ​ຈຸ້ມ​ໜຶ່ງ ຢູ່​ເບື້ອງ​ໜ້າ​ຂ້າພະເຈົ້າ ຊຶ່ງ​ເປັນ​ດັ່ງ​ເມືອງ​ໜຶ່ງ.


ຜູ້​ໄດ້ຍິນ​ສິ່ງ​ທີ່​ພຣະເຈົ້າ ກຳລັງ​ກ່າວ​ຈາ ແລະ​ໄດ້​ຮັບ​ສະຕິປັນຍາ ມາ​ຈາກ​ຜູ້​ສູງສຸດ​ພຸ້ນ. ຄື​ເຫັນ​ນິມິດ​ລົງ​ມາ ຈາກ​ພຣະເຈົ້າ​ອົງ​ມີ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


ຜູ້​ທີ່ໄດ້ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະເຈົ້າ. ຄື​ຜູ້​ທີ່​ເຫັນ​ນິມິດ​ຈາກ​ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


ແຕ່​ເຊົ້າ​ຂອງ​ວັນ​ຕໍ່ມາ ຂະນະທີ່​ພຣະເຢຊູເຈົ້າ​ສະເດັດ​ຄືນ​ເຂົ້າ​ໄປ​ໃນ​ນະຄອນ ພຣະອົງ​ຊົງ​ຫິວ​ອາຫານ.


ຫລັງຈາກ​ອົດ​ອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.


“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ເມືອງ​ຢົບປາ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ໜຶ່ງ ກຳລັງ​ລົງ​ມາ​ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ໃກ້​ເຖິງ​ຂ້າພະເຈົ້າ.


“ແລ້ວ​ຂ້າພະເຈົ້າ​ກໍໄດ້​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ພຣະວິຫານ​ນັ້ນ ຂ້າພະເຈົ້າ​ກໍ​ລືມຄີງ​ໄປ.


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka