ກິດຈະການ 1:8 - ພຣະຄຳພີສັກສິ8 ແຕ່ເຈົ້າທັງຫລາຍຈະໄດ້ຮັບພຣະຣາຊທານຣິດເດດ ເມື່ອພຣະວິນຍານບໍຣິສຸດເຈົ້າ ຈະສະເດັດມາເທິງພວກເຈົ້າ ແລະພວກເຈົ້າຈະເປັນພະຍານໃຫ້ແກ່ເຮົາ ໃນນະຄອນເຢຣູຊາເລັມ ຕະຫລອດທົ່ວແຂວງຢູດາຍ ກັບແຂວງຊາມາເຣຍ ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ແຕ່ພວກເຈົ້າທັງຫລາຍຈະໄດ້ຮັບລິດອຳນາດ ເມື່ອພຣະວິນຍານບໍລິສຸດເຈົ້າມາຢູ່ເທິງພວກເຈົ້າ ແລະ ພວກເຈົ້າຈະເປັນພະຍານຝ່າຍເຮົາໃນເຢຣູຊາເລັມ ແລະ ຕະຫລອດທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະ ຈົນເຖິງສຸດປາຍແຜ່ນດິນໂລກ”. Uka jalj uñjjattʼäta |
ແລະເຮົາຈະຕັ້ງໝາຍສຳຄັນໄວ້ໃນທ່າມກາງພວກເຂົາ. ເຮົາຈະໄວ້ຊີວິດບາງຄົນໃນພວກເຂົາ ແລະສົ່ງພວກເຂົາໄປຍັງຊົນຊາດຕ່າງໆແລະສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລືໄດ້ເຫັນຄວາມຍິ່ງໃຫຍ່ແລະຣິດອຳນາດຂອງເຮົາເລີຍຄື: ສະເປນ, ລີເບຍ, ແລະລີເດຍ ພ້ອມດ້ວຍນັກຍິງທະນູຜູ້ທີ່ຊຳນິຊຳນານ ແລະໄປຍັງຕູບານແລະກຣີກ. ໃນທ່າມກາງຊົນຊາດເຫຼົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.