Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:5 - ພຣະຄຳພີສັກສິ

5 ໂຢຮັນ​ໄດ້​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ໃນ​ບໍ່​ເທົ່າ​ໃດ​ວັນ​ຕໍ່ໄປນີ້ ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ດ້ວຍວ່າ ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ອີກ​ບໍ່​ເທົ່າໃດ​ວັນ​ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.

Uka jalj uñjjattʼäta Copia luraña




ກິດຈະການ 1:5
16 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ​ເທິງ​ພູ​ນີ້​ຈະ​ມີ​ແຕ່​ເຄືອໝາກອະງຸ່ນ ຈະ​ມີ​ສັດ​ລ້ຽງ​ທັງຫລາຍ​ຢູ່​ຕາມ​ເນີນພູ​ທຸກໆ​ໜ່ວຍ; ນໍ້າ​ຈະ​ມີ​ເຕັມ​ຢູ່​ທຸກ​ຫ້ວຍຮ່ອງ​ໃນ​ຢູດາ ນໍ້າບໍ່​ຈະ​ໄຫລ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ຫົດ​ຮ່ອມພູ​ຊິດຕິມ.


ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ


ພວກເຂົາ​ໄດ້​ສາລະພາບ​ບາບກຳ​ຂອງຕົນ ແລະ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.


ຝ່າຍ​ເຮົາ​ໃຫ້​ເຈົ້າ​ທັງຫລາຍ​ຮັບ​ບັບຕິສະມາ​ໃນ​ນໍ້າ ແຕ່​ເພິ່ນ​ຜູ້​ນັ້ນ​ຈະ​ໃຫ້​ເຈົ້າ​ທັງຫລາຍ​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”


ໂຢຮັນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ທຸກຄົນ​ວ່າ, “ຝ່າຍ​ເຮົາ ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ມີ​ຜູ້ໜຶ່ງ​ກຳລັງ​ຈະ​ມາ ແລະ​ທ່ານ​ຜູ້​ນີ້​ມີ​ຣິດເດດ​ອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ຫລາຍ ຊຶ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ໃຫ້​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດ​ແລະ​ດ້ວຍ​ໄຟ.


ໂຢຮັນ​ຕອບ​ພວກເຂົາ​ວ່າ, “ເຮົາ​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ແຕ່​ມີ​ຜູ້ໜຶ່ງ​ຢືນ​ຢູ່​ທ່າມກາງ​ພວກທ່ານ ທີ່​ພວກທ່ານ​ບໍ່​ຮູ້ຈັກ.


ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເພື່ອ​ໃຫ້​ທ່ານ​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ອິດສະຣາເອນ ເຮົາ​ຈຶ່ງ​ໄດ້​ມາ​ໃຫ້​ຮັບ​ບັບຕິສະມາ​ໃນ​ນໍ້າ.”


ເຮົາ​ເອງ​ຍັງ​ບໍ່​ຮູ້ຈັກ ແຕ່​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ໃຫ້​ຮັບ​ບັບຕິສະມາ​ໃນ​ນໍ້າ ໄດ້​ກ່າວ​ແກ່​ເຮົາ​ວ່າ, ‘ເຈົ້າ​ຈະ​ເຫັນ​ພຣະວິນຍານ​ລົງ​ມາ​ຢູ່​ເທິງ​ຄົນ​ໃດ ຄົນ​ນັ້ນ​ແຫຼະ ເປັນ​ຜູ້​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ’


ສ່ວນ​ຜູ້​ທີ່​ເຊື່ອ ຄື​ຄົນ​ຢິວ​ທີ່​ມາ​ຈາກ​ເມືອງ​ຢົບປາ​ກັບ​ເປໂຕ​ນັ້ນ ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ທີ່​ພຣະເຈົ້າ​ໄດ້​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ໃຫ້​ແກ່​ຄົນຕ່າງຊາດ​ເໝືອນກັນ.


ໂປໂລ​ຈຶ່ງ​ບອກ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ແມ່ນ​ສຳລັບ​ຄົນ​ທີ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ເພິ່ນ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ ໃຫ້​ເຊື່ອ​ໃນ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ ຄື​ເຊື່ອ​ໃນ​ພຣະເຢຊູເຈົ້າ.”


ເພາະວ່າ ເຖິງ​ແມ່ນ​ພວກເຮົາ​ຈະ​ເປັນ​ຊາດ​ຢິວ ຫລື​ຄົນຕ່າງຊາດ​ກໍດີ ເປັນ​ຂ້ອຍຂ້າ ຫລື​ເປັນ​ອິດສະຫລະ​ກໍດີ, ເຮົາ​ທັງຫລາຍ​ໄດ້​ຮັບ​ບັບຕິສະມາ ໂດຍ​ພຣະວິນຍານ​ອົງ​ດຽວ ຈຶ່ງ​ເຂົ້າ​ເປັນ​ກາຍ​ອັນ​ດຽວກັນ ແລະ​ພຣະວິນຍານ​ອົງ​ດຽວກັນ​ນັ້ນ ເປັນ​ເໝືອນ​ນໍ້າ​ທີ່​ປະທານ​ໃຫ້​ເຮົາ​ທຸກຄົນ​ໄດ້​ດື່ມ.


ພຣະອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ບໍ່ແມ່ນ​ຍ້ອນ​ກິດຈະການ​ອັນ​ຊອບທຳ​ທີ່​ພວກເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະອົງ​ໄດ້​ຊົງ​ພຣະ​ກະລຸນາ​ຊຳລະ​ໃຫ້​ພວກເຮົາ​ມີ​ໃຈ​ບັງເກີດ​ໃໝ່ ແລະ​ຊົງ​ສ້າງ​ພວກເຮົາ​ຂຶ້ນ​ໃໝ່ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka