Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:26 - ພຣະຄຳພີສັກສິ

26 ແລ້ວ​ພວກເພິ່ນ​ກໍ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນີ້ ແລະ​ຜູ້​ທີ່​ຖືກ​ເລືອກ​ໄດ້​ແມ່ນ​ມັດເທຍ. ດັ່ງນັ້ນ ມັດເທຍ​ຈຶ່ງ​ຖືກ​ນັບ​ເຂົ້າ​ເປັນ​ຄົນ​ໜຶ່ງ ໃນ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

26 ແລ້ວ​ພວກເພິ່ນ​ກໍ​ໄດ້​ຈັບ​ສະຫລາກ ແລະ ສະຫລາກ​ນີ້​ໄດ້​ຕົກ​ຖືກ​ມັດເທຍ, ດັ່ງນັ້ນ ລາວ​ຈຶ່ງ​ຖືກ​ຮວມ​ເຂົ້າ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ.

Uka jalj uñjjattʼäta Copia luraña




ກິດຈະການ 1:26
15 Jak'a apnaqawi uñst'ayäwi  

ໃນ​ເມື່ອ​ທັງ​ເຊື້ອສາຍ​ຂອງ​ເອເລອາຊາ ແລະ​ອີທາມາ ມີ​ເຈົ້າໜ້າທີ່​ໃນ​ພຣະວິຫານ ແລະ​ຜູ້ນຳ​ທາງ​ດ້ານ​ຈິດວິນຍານ​ໃນ​ທ່າມກາງ​ພວກເຂົາ. ດັ່ງນັ້ນ ການ​ມອບໝາຍ​ໜ້າທີ່​ຈຶ່ງ​ໃຊ້​ສະຫລາກ.


ພວກ​ຂ້ານ້ອຍ, ປະຊາຊົນ, ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ ຈະ​ໃຊ້​ສະຫລາກ​ແຕ່ລະປີ ເພື່ອ​ຕັດສິນ​ຊີ້ຂາດ​ຢ່າງ​ຄັກແນ່​ວ່າ ຕະກຸນໃດ​ຈະ​ເປັນ​ຜູ້​ຈັດຫາ​ຟືນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ເພື່ອ​ເຜົາ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ກົດບັນຍັດ​ຂອງ​ພຣະອົງ​ໄດ້​ຂຽນ​ໄວ້.


ພວກຜູ້ນຳ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ສ່ວນ​ປະຊາຊົນ​ທີ່​ເຫຼືອ​ນັ້ນ​ພາກັນ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຄອບຄົວ​ໜຶ່ງ​ໃນ​ແຕ່ລະສິບ​ຄອບຄົວ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ; ສ່ວນ​ເກົ້າ​ຄອບຄົວ​ນັ້ນ ຕ້ອງ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໃຫຍ່​ແລະ​ເມືອງນ້ອຍ​ອື່ນໆ.


ສຳລັບ​ຄົນ​ມີ​ປັນຍາ​ນັ້ນ ປັນຍາ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ, ແຕ່​ການ​ສອນ​ຄົນໂງ່ຈ້າ​ນັ້ນ ເປັນການ​ເສຍ​ເວລາ.


ມະນຸດ​ໃຊ້​ສະຫລາກ​ຢາກ​ຮູ້​ພຣະປະສົງ, ແຕ່​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.


ໃນ​ທີ່ນັ້ນ ອາໂຣນ​ຈະ​ໃຊ້​ສະຫລາກ​ດ້ວຍ​ຫີນ​ສອງ​ແຜ່ນ; ແຜ່ນ​ໜຶ່ງ​ນັ້ນ​ໃຫ້​ຂຽນ​ວ່າ, “ສຳລັບ​ພຣະເຈົ້າຢາເວ” ແລະ​ແຜ່ນ​ໜຶ່ງ​ອີກ​ຂຽນ​ວ່າ, “ສຳລັບ​ອາຊາເຊນ.”


ພວກ​ລູກເຮືອ​ໄດ້​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ພວກເຮົາ​ໃຊ້​ສະຫລາກ ແລະ​ຫາ​ຕົວ​ຜູ້​ທີ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ຕົກ​ຢູ່​ໃນ​ອັນຕະລາຍ​ເຊັ່ນນີ້.” ພວກເຂົາ​ຈຶ່ງ​ໃຊ້​ສະຫລາກ ແລະ​ສະຫລາກ​ນັ້ນ​ກໍ​ຕົກ​ຖືກ​ຊື່​ໂຢນາ.


ຝ່າຍ​ພວກ​ອັກຄະສາວົກ​ໄດ້​ກັບ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ເລົ່າ​ທຸກສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ ແລະ​ໄດ້​ສັ່ງສອນ​ສູ່​ພຣະອົງ​ຟັງ.


ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສະເໜີ​ຊາຍ​ສອງ​ຄົນ ຄື​ໂຢເຊັບ ແລະ ມັດເທຍ, ສ່ວນ​ໂຢເຊັບ​ນັ້ນ​ມີ​ຊື່​ອີກ​ວ່າ ບາຣະຊັບບາ ແລະ​ມີ​ນາມສະກຸນ​ວ່າ ຢູສະໂຕ.


ພຣະອົງ​ໄດ້​ທຳລາຍ​ເຈັດ​ຊົນຊາດ​ໃນ​ດິນແດນ​ການາອານ ແລະ​ຍົກ​ແຜ່ນດິນ​ຂອງ​ຊາດ​ເຫຼົ່ານັ້ນ ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເປັນ​ກຳມະສິດ.


ແລ້ວ​ເປໂຕ​ພ້ອມ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ ກໍໄດ້​ຢືນ​ຂຶ້ນ ແລະ​ເພິ່ນ​ເລີ່ມ​ກ່າວ​ດ້ວຍ​ສຽງດັງ​ແກ່​ປະຊາຊົນ​ວ່າ, “ຊາວ​ຢິວ​ທັງຫລາຍ​ພ້ອມ​ກັບ​ທຸກໆ​ຄົນ ທີ່​ມາ​ພັກ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເຂົ້າໃຈ​ເລື່ອງ​ນີ້ ແລະ​ໂຜດ​ຟັງ​ຂ້າພະເຈົ້າ​ກ່າວ​ໃຫ້​ດີ.


ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ເຂດແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ທີ່​ຖືກ​ມອບ​ໃຫ້​ເກົ້າ​ເຜົ່າ​ເຄິ່ງ​ນັ້ນ ໃຫ້​ພວກເຂົາ​ກຳນົດ​ເອົາ​ໂດຍ​ການ​ໃຊ້​ສະຫລາກ.


ໂຢຊວຍ​ໄດ້​ໃຊ້​ສະຫລາກ​ໃຫ້​ພວກເຂົາ​ຢູ່​ທີ່​ຊີໂລ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ທຸກໆ​ເຜົ່າ​ທີ່​ເຫຼືອ​ຢູ່​ນັ້ນ ຕາມ​ສ່ວນແບ່ງ​ຂອງ​ໃຜ​ລາວ.


ກຳແພງ​ນະຄອນ​ນັ້ນ ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຫີນ​ສິບສອງ​ກ້ອນ​ເປັນ​ຮາກຖານ ຫີນ​ແຕ່ລະ​ກ້ອນ ໄດ້​ຈາລຶກ​ຊື່​ອັກຄະສາວົກ​ສິບສອງ​ຄົນ​ຂອງ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka