Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:25 - ພຣະຄຳພີສັກສິ

25 ເພື່ອ​ໃຫ້​ຮັບໃຊ້​ເປັນ​ອັກຄະສາວົກ​ແທນ​ໜ້າທີ່​ຂອງ​ຢູດາ ຜູ້​ທີ່​ຈາກ​ໄປ​ສູ່​ບ່ອນ​ທີ່​ລາວ​ສົມຄວນ​ຕ້ອງ​ໄປ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ເພື່ອ​ຮັບ​ໜ້າທີ່​ພັນທະກິດ​ຂອງ​ອັກຄະສາວົກ ເຊິ່ງ​ຢູດາ​ໄດ້​ປະຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ”.

Uka jalj uñjjattʼäta Copia luraña




ກິດຈະການ 1:25
15 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ເຂົາ​ຖືກ​ຕັດສິນ​ວ່າ​ເປັນ​ຜູ້​ມີ​ຄວາມຜິດ ແມ່ນແຕ່​ຄຳພາວັນນາ​ອະທິຖານ​ຂອງ​ເຂົາ​ກໍ​ຂໍ​ໃຫ້​ຖື​ວ່າ​ຜິດ​ດ້ວຍ


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ແລ້ວ​ພວກ​ເຫຼົ່ານີ້​ຈະ​ຖືກ​ສົ່ງ​ໄປ​ສູ່​ການ​ລົງໂທດ​ອັນ​ຕະຫລອດໄປ​ເປັນນິດ, ແຕ່​ພວກ​ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິຣັນດອນ.”


ບຸດ​ມະນຸດ​ຈະ​ຕາຍໄປ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ເຖິງ​ເລື່ອງ​ເພິ່ນ, ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ຈະ​ເປັນ​ການ​ດີກວ່າ.”


ພໍ​ຢູດາ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ມານຊາຕານ​ກໍ​ເຂົ້າ​ສິງ​ໃນ​ໃຈ​ລາວ ພຣະເຢຊູເຈົ້າ​ບອກ​ຢູດາ​ວ່າ, “ຈົ່ງ​ຟ້າວ​ເຮັດ ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ​ນັ້ນ​ສາ.”


ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ​ນັ້ນ ຂ້ານ້ອຍ​ກໍໄດ້​ປົກປັກ​ຮັກສາ​ພວກເຂົາ​ໄວ້ ໂດຍ​ຣິດອຳນາດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ ຄື​ພຣະນາມ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ປົກປ້ອງ​ພວກເຂົາ​ໄວ້ ແລະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ໄດ້​ເສຍ​ໄປ ເວັ້ນໄວ້​ແຕ່​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ຄວາມ​ຈິບຫາຍ ເພື່ອ​ຈະ​ໄດ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.


ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.


ຖ້າ​ເຮົາ​ບໍ່ໄດ້​ເປັນ​ອັກຄະສາວົກ​ໃນ​ສາຍ​ຕາ​ຂອງ​ຄົນອື່ນ, ຢ່າງໜ້ອຍ ເຮົາ​ກໍ​ເປັນ​ອັກຄະສາວົກ​ໃນ​ສາຍ​ຕາ​ຂອງ​ເຈົ້າ​ທັງຫລາຍ, ເພາະວ່າ​ເຈົ້າ​ທັງຫລາຍ ຄື​ກາ​ປະຈຳ​ຕຳແໜ່ງ​ອັກຄະສາວົກ​ຂອງເຮົາ ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຫ້​ເປໂຕ​ເປັນ​ອັກຄະສາວົກ​ແກ່​ຄົນ​ຢິວ​ຢ່າງ​ໃດ ພຣະອົງ​ກໍໄດ້​ໃຫ້​ເຮົາ​ເປັນ​ອັກຄະສາວົກ​ແກ່​ຄົນຕ່າງຊາດ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka