Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:19 - ພຣະຄຳພີສັກສິ

19 ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ ຕ່າງ​ກໍໄດ້​ຮູ້​ເຖິງ​ເຫດການ​ນີ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາສາ​ຂອງ​ພວກ​ຕົນ​ວ່າ ອະເກັນດາມາ ຊຶ່ງ​ໝາຍຄວາມວ່າ ນາເລືອດ)

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ທຸກຄົນ​ໃນ​ເຢຣູຊາເລັມ​ຕ່າງ​ກໍ​ໄດ້​ຍິນ​ເລື່ອງ​ນີ້, ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນັ້ນ​ຕາມ​ພາສາ​ຂອງ​ຕົນ​ວ່າ, ອະເກັນດາມາ ນັ້ນ​ກໍ​ຄື​ນາ​ເລືອດ.)

Uka jalj uñjjattʼäta Copia luraña




ກິດຈະການ 1:19
6 Jak'a apnaqawi uñst'ayäwi  

ແຕ່ລະຄົນ​ຕ່າງ​ກໍ​ກອດ​ຫົວ​ຂອງ​ຄູ່​ຕໍ່ສູ້​ໃຜ​ລາວ​ໄວ້ ແລະ​ໃຊ້​ດາບ​ແທງ​ຂ້າງ​ຄູ່​ຕໍ່ສູ້​ຂອງຕົນ ແລະ​ທັງ​ຊາວສີ່​ຄົນ ໄດ້​ລົ້ມ​ຕາຍ​ພ້ອມ​ກັນ. ດັ່ງນັ້ນ ຄົນ​ຈຶ່ງ​ເອີ້ນ​ບ່ອນ​ນີ້​ວ່າ, “ທົ່ງ​ດາບ.”


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ເງິນ​ເຫຼົ່ານີ້ ໄປ​ໄວ້​ໃນ​ຄັງ​ຂອງ​ພຣະວິຫານ.” ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ ຊຶ່ງ​ພວກເຂົາ​ຄິດວ່າ​ເປັນ​ຄ່າຈ້າງ​ທີ່​ງາມ​ສຳລັບ​ຂ້າພະເຈົ້າ​ນັ້ນ​ໄປ​ໄວ້​ໃນ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ດັ່ງນັ້ນແຫລະ ນາ​ທົ່ງ​ນີ້​ຈຶ່ງ​ມີ​ຊື່​ວ່າ, “ນາ​ເລືອດ” ຈົນເຖິງ​ທຸກ​ວັນນີ້.


ເມື່ອ​ພວກ​ທະຫານ​ຍາມ​ຮັບ​ເອົາ​ເງິນ​ແລ້ວ ກໍ​ເຮັດ​ຕາມ​ຄຳແນະນຳ​ນັ້ນ ເລື່ອງ​ນີ້​ຈຶ່ງ​ເປັນ​ທີ່​ເລົ່າລືກັນ ໃນ​ທ່າມກາງ​ຊາວ​ຢິວ​ຈົນເຖິງ​ທຸກ​ວັນນີ້.


“ຊາວ​ອິດສະຣາເອນ​ທັງຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍຄຳ​ເຫຼົ່ານີ້ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ ດ້ວຍ​ການ​ອັດສະຈັນ, ດ້ວຍ​ການ​ອິດທິຣິດ ແລະ​ດ້ວຍ​ໝາຍສຳຄັນ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ດ້ວຍ​ພຣະອົງ, ພວກທ່ານ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ. ດ້ວຍວ່າ, ເຫດການ​ໄດ້​ເກີດຂຶ້ນ​ຢູ່​ໃນ​ທ່າມກາງ​ພວກທ່ານ.


ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນໄດ ແລະ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ປະຊາຊົນ​ງຽບ ເມື່ອ​ພວກເຂົາ​ງຽບ​ແລ້ວ​ໂປໂລ​ກໍ​ກ່າວ​ແກ່​ພວກເຂົາ​ເປັນ​ພາສາ​ເຮັບເຣີ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka