Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:18 - ພຣະຄຳພີສັກສິ

18 ດ້ວຍ​ເງິນ​ທີ່​ຢູດາ​ໄດ້​ມາ​ຈາກ​ການ​ກະທຳ​ຊົ່ວ​ຂອງຕົນ ໄປ​ຊື້​ດິນ​ຕອນ​ໜຶ່ງ; ລາວ​ລົ້ມ​ຟາດ​ລົງ​ທີ່ດິນ​ຕອນ​ນີ້ ຈົນ​ເລົາ​ຄີງ​ແຕກ ແລະ​ໄສ້​ໂລ່​ອອກ​ມາ​ທັງໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 (ຢູດາ​ໄດ້​ນຳ​ເງິນ​ທີ່​ໄດ້​ມາ​ຈາກ​ການ​ເຮັດ​ຊົ່ວ​ຂອງ​ຕົນ​ໄປ​ຊື້​ດິນ​ຕອນ​ໜຶ່ງ, ລາວ​ໄດ້​ລົ້ມລົງ​ຫົວ​ຟາດ​ພື້ນ​ຢູ່​ທີ່​ນັ້ນ ເລົາຄີງ​ແຕກ​ໄສ້​ໄຫລ​ອອກ​ມາ​ໝົດ.

Uka jalj uñjjattʼäta Copia luraña




ກິດຈະການ 1:18
12 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ສັດຕູ​ນັ້ນ​ຕາຍໄປ​ກ່ອນ​ເວລາ​ຂອງ​ພວກເຂົາ​ສາ ຂໍ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ທັງເປັນ​ເຖີດ. ຄວາມ​ຊົ່ວຮ້າຍ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ແລະ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຂົາ​ດ້ວຍ.


ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ນຳ​ຜູ້​ທີ່​ຂ້າ​ຄົນ​ແລະ​ຄົນ​ຂີ້ຕົວະ ໃຫ້​ເຂົ້າ​ໄປ​ສູ່​ຂຸມຝັງສົບ​ພຸ້ນ ກ່ອນ​ທີ່​ອາຍຸ​ເຄິ່ງ​ໜຶ່ງ​ຂອງ​ພວກເຂົາ​ໝົດ​ໄປ ສ່ວນ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ເງິນ​ເຫຼົ່ານີ້ ໄປ​ໄວ້​ໃນ​ຄັງ​ຂອງ​ພຣະວິຫານ.” ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ ຊຶ່ງ​ພວກເຂົາ​ຄິດວ່າ​ເປັນ​ຄ່າຈ້າງ​ທີ່​ງາມ​ສຳລັບ​ຂ້າພະເຈົ້າ​ນັ້ນ​ໄປ​ໄວ້​ໃນ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ເຮົາ​ຈະ​ໃຫ້​ບຳເໜັດ​ແກ່​ທ່ານ​ຢ່າງ​ຫລວງຫລາຍ ແລະ​ຈະ​ເຮັດ​ສິ່ງໃດໆ​ກໍໄດ້​ຕາມ​ທີ່​ທ່ານ​ກ່າວ. ກະລຸນາ​ມາ​ສາບແຊ່ງ​ພວກ​ເຫຼົ່ານີ້​ໃຫ້​ເຮົາ​ແດ່ທ້ອນ.”


ດັ່ງນັ້ນ ບັນດາ​ຜູ້ນຳ​ຂອງ​ຊາວ​ໂມອາບ​ແລະ​ຂອງ​ຊາວ​ມີດີອານ ຈຶ່ງ​ອອກ​ເດີນທາງ​ໄປ​ຫາ​ບາລາອາມ ພ້ອມ​ທັງ​ນຳ​ເງິນ​ຄ່າ​ພິທີ​ສາບແຊ່ງ​ໄປ​ນຳ​ດ້ວຍ ແລະ​ບອກ​ຄຳເວົ້າ​ຂອງ​ເຈົ້າ​ບາຫລາກ​ໃຫ້​ແກ່​ເພິ່ນ.


ເພິ່ນ​ໄດ້​ມອບໝາຍ​ໃຫ້​ແຕ່ລະຄົນ​ຕາມ​ຄວາມ​ສາມາດ​ຂອງ​ໃຜ​ລາວ ຄື​ຜູ້ໜຶ່ງ​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ຜູ້ໜຶ່ງ​ໄດ້​ຮັບ​ສອງ​ຕະລັນຕົນ ແລະ​ຜູ້ໜຶ່ງ​ອີກ​ໄດ້​ຮັບ​ເງິນ​ໜຶ່ງ​ຕະລັນຕົນ ແລ້ວ​ເພິ່ນ​ກໍ​ອອກ​ເດີນທາງ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka