ກິດຈະການ 1:16 - ພຣະຄຳພີສັກສິ16 “ພີ່ນ້ອງທັງຫລາຍເອີຍ, ຂໍ້ຄວາມໃນພຣະຄຳພີທີ່ພຣະວິນຍານບໍຣິສຸດເຈົ້າກ່າວໄວ້ລ່ວງໜ້າ ໂດຍຜ່ານທາງກະສັດດາວິດຕ້ອງສຳເລັດເປັນຈິງ, ຂໍ້ຄວາມນັ້ນເວົ້າເຖິງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ແລະ ກ່າວວ່າ, “ພີ່ນ້ອງທັງຫລາຍ ພຣະຄຳພີຈະຕ້ອງເປັນຈິງຕາມທີ່ພຣະວິນຍານບໍລິສຸດເຈົ້າໄດ້ກ່າວໄວ້ລ່ວງໜ້າແຕ່ດົນນານມາແລ້ວຜ່ານທາງດາວິດເລື່ອງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ, Uka jalj uñjjattʼäta |
ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົານັ້ນ ຂ້ານ້ອຍກໍໄດ້ປົກປັກຮັກສາພວກເຂົາໄວ້ ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ຂ້ານ້ອຍໄດ້ປົກປ້ອງພວກເຂົາໄວ້ ແລະບໍ່ມີຜູ້ໃດໃນພວກເຂົາໄດ້ເສຍໄປ ເວັ້ນໄວ້ແຕ່ຜູ້ທີ່ຖືກໝາຍໄວ້ສຳລັບຄວາມຈິບຫາຍ ເພື່ອຈະໄດ້ສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ.
ເມື່ອໂປໂລສັງເກດເຫັນວ່າ ໃນກອງປະຊຸມຂອງສະພາສູງສຸດນີ້ ຄົນສ່ວນໜຶ່ງເປັນພວກຊາດູກາຍ ແລະຄົນສ່ວນໜຶ່ງອີກເປັນພວກຟາຣີຊາຍ. ດັ່ງນັ້ນ ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າກອງປະຊຸມວ່າ, “ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າເປັນຟາຣີຊາຍ ແລະເປັນລູກຂອງຄົນຟາຣີຊາຍ. ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ທີ່ນີ້ ກໍເພາະຂ້າພະເຈົ້າມີຄວາມຫວັງວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.”
ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຫົວໜ້າຂອງພວກຢິວມາປະຊຸມ. ເມື່ອມາພ້ອມໜ້າກັນແລ້ວ ເພິ່ນຈຶ່ງໄດ້ກ່າວແກ່ພວກເຂົາວ່າ, “ພີ່ນ້ອງທັງຫຼາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດສິ່ງໃດຕໍ່ປະຊາຊົນຂອງພວກເຮົາ, ຫລືຜິດຕໍ່ທຳນຽມຂອງບັນພະບຸລຸດຂອງພວກເຮົາກໍຕາມ, ແຕ່ຂ້າພະເຈົ້າກໍຍັງຕົກເປັນນັກໂທດໃນນະຄອນເຢຣູຊາເລັມ ແລະໄດ້ຖືກມອບໃຫ້ຢູ່ໃນມືຂອງພວກໂຣມ.