Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:10 - ພຣະຄຳພີສັກສິ

10 ເມື່ອ​ພວກເພິ່ນ​ຍັງ​ແນມ​ເບິ່ງ​ທ້ອງຟ້າ ໃນ​ຂະນະທີ່​ພຣະອົງ​ຂຶ້ນ​ໄປ​ນັ້ນ ໃນທັນໃດ ກໍ​ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ເປັນ​ປະກາຍ​ຢືນ​ຢູ່​ໃກ້ໆ​ພວກເພິ່ນ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເມື່ອ​ພວກເພິ່ນ​ກຳລັງ​ແນມ​ເບິ່ງ​ທ້ອງຟ້າ​ໃນ​ຂະນະ​ທີ່​ພຣະອົງ​ຂຶ້ນ​ໄປ, ໃນ​ທັນໃດ​ນັ້ນ ມີ​ຊາຍ​ສອງ​ຄົນ​ນຸ່ງ​ຊຸດ​ຂາວ​ຢືນ​ຢູ່​ຂ້າງ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ກິດຈະການ 1:10
12 Jak'a apnaqawi uñst'ayäwi  

ເອລີຢາ​ຕອບ​ຄືນ​ວ່າ, “ເຈົ້າ​ຮ້ອງຂໍ​ໃນ​ສິ່ງ​ທີ່​ເອົາ​ໃຫ້​ຍາກ, ແຕ່​ເຈົ້າ​ຈະ​ໄດ້​ສິ່ງ​ນັ້ນ ຖ້າ​ເຈົ້າ​ເຫັນ​ຂ້ອຍ​ໃນ​ຂະນະທີ່​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ເຈົ້າ; ຖ້າ​ເຈົ້າ​ບໍ່​ເຫັນ​ຂ້ອຍ ເຈົ້າ​ກໍ​ຈະ​ບໍ່ໄດ້​ຮັບ.”


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເບິ່ງ​ຢູ່​ນັ້ນ ກໍ​ມີ​ບັນລັງ​ຫລາຍ​ອັນ​ໄດ້​ຖືກ​ນຳ​ມາ​ຕັ້ງ​ໄວ້. ເພິ່ນ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ໄດ້​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ໜຶ່ງ​ໃນ​ຈຳນວນ​ບັນລັງ​ເຫຼົ່ານີ້. ເຄື່ອງນຸ່ງ​ຂອງເພິ່ນ​ຂາວ​ເໝືອນ​ຫິມະ ຜົມ​ຂອງເພິ່ນ​ເໝືອນ​ຂົນແກະ​ບໍຣິສຸດ​ຜຸດຜ່ອງ. ບັນລັງ​ຂອງເພິ່ນ​ທີ່​ຢູ່​ເທິງ​ລໍ້​ກໍ​ເປັນ​ໄຟ​ລຸກ​ໄໝ້​ຢູ່​


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງ​ຟ້າ​ແມບ ແລະ​ເຄື່ອງ​ນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.


ເມື່ອ​ພວກ​ນາງ​ເຂົ້າ​ໄປ​ໃນ​ອຸບມຸງ​ແລ້ວ ກໍໄດ້​ເຫັນ​ຊາຍ​ໜຸ່ມ​ຜູ້ໜຶ່ງ ນຸ່ງ​ເສື້ອລ່າມ​ສີຂາວ​ນັ່ງ​ຢູ່​ເບື້ອງຂວາ ພວກ​ນາງ​ກໍ​ມີ​ຄວາມ​ສະທ້ານ​ຢ້ານກົວ ຕົກໃຈ​ຫລາຍ.


ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ.


ແລະ​ໄດ້​ເຫັນ​ເທວະດາ​ສອງ​ຕົນ​ໃສ່​ເຄື່ອງ​ຂາວ ນັ່ງ​ຢູ່​ບ່ອນ​ທີ່​ພວກເຂົາ​ວາງ​ພຣະສົບ​ຂອງ​ພຣະເຢຊູເຈົ້າ ຕົນ​ໜຶ່ງ​ຢູ່​ເບື້ອງ​ຫົວ ແລະ​ຕົນ​ໜຶ່ງ​ຢູ່​ເບື້ອງ​ຕີນ.


ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”


ໂກເນລີໂອ​ຕອບ​ວ່າ, “ໄດ້​ສີ່​ວັນ​ມາ​ແລ້ວ ທີ່​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ ປະມານ​ເວລາ​ນີ້​ແຫຼະ ຄື​ເວລາ​ບ່າຍ​ສາມ​ໂມງ ໃນ​ທັນໃດນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງ​ເຄື່ອງ​ເຫຼື້ອມໃສ ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.


ແຕ່​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ທີ່​ເມືອງ​ຊາເດ ທີ່​ຮັກສາ​ເສື້ອຜ້າ​ຂອງຕົນ​ບໍ່​ໃຫ້​ເປິເປື້ອນ ຄົນ​ເຫຼົ່ານັ້ນ​ຈະ​ນຸ່ງ​ເຄື່ອງ​ຂາວ ແລະ​ຍ່າງ​ໄປ​ກັບ​ເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ສົມຄວນ​ຢູ່​ແລ້ວ.


ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka