ກິດຈະການ 1:1 - ພຣະຄຳພີສັກສິ1 ທ່ານເທໂອຟີໂລທີ່ນັບຖື: ໃນໜັງສືເຫຼັ້ມທຳອິດ ຂ້າພະເຈົ້າໄດ້ຂຽນເຖິງກິດຈະການທັງໝົດ ຊຶ່ງພຣະເຢຊູເຈົ້າໄດ້ກະທຳ ແລະໄດ້ສັ່ງສອນປະຊາຊົນ ຕັ້ງແຕ່ເວລາທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ຮຽນທ່ານເທໂອຟີໂລ, ໃນໜັງສືເຫລັ້ມກ່ອນ, ຂ້າພະເຈົ້າໄດ້ຂຽນກ່ຽວກັບທຸກສິ່ງທີ່ພຣະເຢຊູເຈົ້າໄດ້ເລີ່ມຕົ້ນກະທຳ ແລະ ສັ່ງສອນ Uka jalj uñjjattʼäta |
“ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫຼົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ.