Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:8 - ພຣະຄຳພີສັກສິ

8 ແຕ່​ນີ້​ຕໍ່ໄປ ມົງກຸດ​ຄື​ລາງວັນ​ແຫ່ງ​ຄວາມ​ຊອບທຳ ຊົງ​ຈັດ​ໄວ້​ຖ້າ​ເຮົາ​ແລ້ວ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ພິພາກສາ​ທີ່​ຍຸດຕິທຳ ຈະ​ຊົງ​ປະທານ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ​ບໍ່ແມ່ນ​ແກ່​ເຮົາ​ພຽງ​ຜູ້​ດຽວ ແຕ່​ຈະ​ຊົງ​ປະທານ​ແກ່​ຄົນ​ທັງປວງ ທີ່​ມີ​ໃຈ​ຍິນດີ​ໃນ​ການ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:8
39 Jak'a apnaqawi uñst'ayäwi  

ແນ່ນອນ​ທີ່ສຸດ ພຣະອົງ​ຈະ​ບໍ່​ຂ້າ​ຄົນ​ຊອບທຳ​ພ້ອມ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້ ພຣະອົງ​ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ. ຖ້າ​ພຣະອົງ​ເຮັດ ຄົນ​ຊອບທຳ​ກໍ​ຈະ​ຖືກ​ລົງໂທດ ເຊັ່ນດຽວ​ກັນ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້. ຜູ້​ພິພາກສາ​ໂລກ​ຕ້ອງ​ເຮັດ​ທຸກສິ່ງ​ຢ່າງ​ຍຸດຕິທຳ.”


ຄຸນຄວາມດີ​ຂອງ​ພຣະອົງ​ນັ້ນ​ປະເສີດ​ເລີດລໍ້າ​ຫລາຍ ພຣະອົງ​ຮັກສາ​ໄວ້​ສຳລັບ​ຜູ້​ທີ່​ໃຫ້ກຽດ​ພຣະເຈົ້າ ທຸກຄົນ​ກໍ​ຮູ້​ວ່າ​ພຣະອົງ​ເລີດລໍ້າ​ສໍ່າໃດ ຊົງ​ຄຸ້ມຄອງ​ໃຫ້​ຄວາມ​ປອດໄພ ແກ່​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ.


ພຣະເຈົ້າ​ຕັດສິນ​ຄວາມ​ໃຫ້​ຢ່າງ​ຍຸດຕິທຳ ແລະ​ພຣະເຈົ້າ​ລົງໂທດ​ບັນດາ​ຄົນຊົ່ວຮ້າຍ​ເປັນ​ປະຈຳ.


ປັນຍາ​ຈະ​ເປັນ​ມົງກຸດ​ອັນ​ສະຫງ່າຣາສີ​ເທິງ​ຫົວ​ຂອງ​ເຈົ້າ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ໃນ​ມື້​ທີ່​ເຮົາ​ດຳເນີນການ​ນັ້ນ ພວກເຂົາ​ຈະ​ເປັນ​ກຳມະສິດ​ຂອງເຮົາ​ແທ້ໆ. ເຮົາ​ຈະ​ເມດຕາ​ພວກເຂົາ​ດັ່ງ​ພໍ່​ເມດຕາ​ລູກ​ຜູ້​ທີ່​ຮັບໃຊ້​ຕົນ.


“ບໍ່ມີ​ຜູ້ໃດ​ຮູ້​ວ່າ​ວັນ ຫລື​ໂມງ​ນັ້ນ​ຈະ​ມາ​ເຖິງ​ເມື່ອໃດ ແມ່ນແຕ່​ບັນດາ​ເທວະດາ ແລະ​ພຣະບຸດ ກໍ​ບໍ່​ຮູ້ ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ຮູ້.


ເມື່ອ​ວັນ​ພິພາກສາ​ມາ​ເຖິງ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກ​ຂ້ານ້ອຍ​ໄດ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ ແລະ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ’


ເຮົາ​ບອກ​ພວກເຈົ້າ​ວ່າ ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ໂຊໂດມ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.”


ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.


ແລະ​ບໍ່​ພຽງແຕ່​ການ​ເນຣະມິດ​ສ້າງ​ເທົ່ານັ້ນ​ທີ່​ໂອ່ຍຄາງ, ແຕ່​ພວກເຮົາ​ຜູ້​ທີ່​ໄດ້​ຮັບ​ພຣະວິນຍານ​ເປັນ​ຜົນ​ທຳອິດ ຕົວ​ເຮົາ​ເອງ​ກໍ​ເໝືອນກັນ​ຍັງ​ໂອ່ຍຄາງ​ຄອງຄອຍ​ຖ້າ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອກາຍ​ຂອງ​ພວກເຮົາ​ພົ້ນ​ຈາກ​ຕາຍ.


ເໝືອນ​ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ສິ່ງ​ທີ່​ຕາ​ບໍ່​ເຫັນ ຫູ​ບໍ່ໄດ້ຍິນ ແລະ​ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ແມ່ນ​ສິ່ງ​ນັ້ນ​ແຫຼະ ທີ່​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ໄວ້ ໃຫ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.”


ການງານ​ຂອງ​ແຕ່ລະຄົນ ກໍ​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ​ໃນ​ວັນ​ນັ້ນ. ດ້ວຍວ່າ, ໃນ​ວັນ​ນັ້ນ ໄຟ​ຈະ​ເປີດເຜີຍ​ການງານ​ຂອງ​ທຸກຄົນ ໄຟ​ນັ້ນ​ຈະ​ທົດລອງ​ເບິ່ງ​ວ່າ ການງານ​ຂອງ​ທຸກຄົນ​ເປັນ​ຢ່າງ​ໃດ.


ຝ່າຍ​ນັກ​ກິລາ​ທຸກຄົນ​ທີ່​ຝຶກຊ້ອມ ຕ່າງ​ກໍ​ຢູ່​ໃນ​ລະບຽບ​ວິໄນ​ຢ່າງ​ເຄັ່ງຄັດ ເພື່ອ​ພວກເຂົາ​ຈະ​ໄດ້​ມົງກຸດ​ທີ່​ຫ່ຽວແຫ້ງ​ໄປ ແຕ່​ພວກເຮົາ​ເຮັດ​ການ​ນັ້ນ ເພື່ອ​ຈະ​ໄດ້​ມົງກຸດ​ທີ່​ບໍ່ມີ​ວັນ​ຫ່ຽວແຫ້ງ.


ເພາະວ່າ​ທີ່​ຈິງ​ໃນ​ຮ່າງກາຍ​ນີ້ ເຮົາ​ຍັງ​ໂອ່ຍ​ອາໄລ​ຢູ່ ປາຖະໜາ​ຫາ​ຢ່າງ​ຮ້ອນຮົນ ຢາກ​ຫົ່ມ​ເອົາ​ທີ່​ຢູ່​ຂອງເຮົາ​ອັນ​ມາ​ແຕ່​ສະຫວັນ,


ເພື່ອ​ຖ້າ​ເປັນ​ໄປ​ໄດ້ ເຮົາ​ກໍ​ຈະ​ໄດ້​ເປັນຄືນ​ມາ​ຈາກ​ຕາຍ​ດ້ວຍ.


ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.


ແລະ​ຄອງຄອຍ​ຖ້າ​ພຣະບຸດ​ຂອງ​ພຣະອົງ ທີ່​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ຊ່ວຍກູ້​ເອົາ​ພວກເຮົາ ໃຫ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ກຳລັງ​ຈະ​ມາ​ເຖິງ.


ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່ໄດ້​ຢູ່​ໃນ​ຄວາມມືດ​ແລ້ວ ແລະ​ວັນ​ນັ້ນ​ຄົງ​ຈະ​ບໍ່​ມາ​ຫລອນ​ໃສ່​ພວກເຈົ້າ​ດັ່ງ​ຂະໂມຍ​ມາ.


ໃນຂະນະ​ນັ້ນ ຜູ້ຊົ່ວຮ້າຍ​ຈຶ່ງ​ຈະ​ປາກົດ​ຕົວ ແລະ​ອົງ​ພຣະເຢຊູເຈົ້າ​ກໍ​ຈະ​ປະຫານ​ມັນ​ເສຍ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ​ຈະ​ລ້າງຜານ​ໃຫ້​ມັນ​ດັບສູນ​ໄປ​ດ້ວຍ​ແສງ​ອັນ​ຮຸ່ງເຮືອງ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ.


ດ້ວຍ​ວິທີ​ນີ້ ຈຶ່ງ​ຈະ​ເປັນ​ການ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນ ຊຶ່ງ​ຈະ​ເປັນ​ຮາກຖານ​ອັນ​ໝັ້ນຄົງ​ເພື່ອ​ອະນາຄົດ. ດັ່ງນັ້ນ ເຂົາ​ຈຶ່ງ​ຈະ​ສາມາດ​ຢຶດເອົາ​ຊີວິດ​ອັນ​ແທ້ຈິງ​ໄວ້​ໄດ້.


ແຕ່​ບັດນີ້ ພຣະຄຸນ​ນັ້ນ​ຖືກ​ເປີດເຜີຍ​ໃຫ້​ພວກເຮົາ​ໄດ້​ເຫັນ ໂດຍ​ການ​ສະເດັດ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ ພຣະອົງ​ໄດ້​ກຳຈັດ​ຣິດ​ແຫ່ງ​ຄວາມ​ຕາຍ​ໃຫ້​ສິ້ນສຸດ​ໄປ ແລະ​ໄດ້​ເປີດເຜີຍ​ຢ່າງ​ຈະແຈ້ງ​ເຖິງ​ຊີວິດ​ອັນ​ຕາຍ​ບໍ່​ເປັນ ໂດຍ​ທາງ​ຂ່າວປະເສີດ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ປະທານ​ພຣະ​ເມດຕາ​ແກ່​ເພິ່ນ​ໃນ​ວັນ​ນັ້ນ​ດ້ວຍ​ເທີ້ນ ຝ່າຍ​ເຈົ້າ​ກໍ​ຮູ້​ດີ​ວ່າ ເພິ່ນ​ໄດ້​ບົວລະບັດ​ເຮົາ​ຫລາຍ​ປານໃດ ເມື່ອ​ເຮົາ​ຢູ່​ທີ່​ເມືອງ​ເອເຟໂຊ​ນັ້ນ.


ນັກ​ກິລາ​ທີ່​ແລ່ນ​ຊິງ​ໄຊ ຈະ​ຍາດ​ເອົາ​ລາງວັນ​ບໍ່ໄດ້ ຖ້າ​ບໍ່​ປະຕິບັດ​ຕາມ​ກົດລະບຽບ.


ເຮົາ​ສັ່ງ​ເຈົ້າ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ແລະ​ຢູ່​ຊ້ອງ​ພຣະພັກ​ພຣະຄຣິດເຈົ້າ​ເຢຊູ ຜູ້​ຈະ​ຊົງ​ພິພາກສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ ໂດຍ​ອ້າງ​ເຖິງ​ການ​ທີ່​ພຣະອົງ​ຈະ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ ແລະ​ອ້າງ​ເຖິງ​ຣາຊອານາຈັກ​ຂອງ​ພຣະອົງ​ວ່າ,


ໃນ​ຂະນະທີ່​ພວກເຮົາ​ກຳລັງ​ລໍ​ຖ້າ​ຄວາມຫວັງ​ອັນ​ໜ້າ​ຍິນດີ ແລະ​ການ​ມາ​ປາກົດ​ຂອງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ ຈະ​ມາ​ປາກົດ.


ໃນ​ຂະນະທີ່​ມີ​ການ​ຕີສອນ​ນັ້ນ ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ ມີ​ແຕ່​ເລື່ອງ​ເສົ້າໃຈ, ແຕ່​ຕໍ່ມາ​ພາຍຫລັງ​ຈະ​ກໍ່​ໃຫ້​ເກີດຜົນ ຄື​ຄວາມສຸກ​ສຳລານ​ແລະ​ຄວາມ​ຊອບທຳ ແກ່​ບັນດາ​ຄົນ​ທີ່​ຖືກ​ແອບສອນ​ແລ້ວ​ນັ້ນ.


ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ​ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ​ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ​ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.


ແລະ​ເມື່ອ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຈະ​ສະເດັດ​ມາ​ປາກົດ ພວກເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ອັນ​ຊົງ​ສະຫງ່າຣາສີ​ທີ່​ບໍ່ມີ​ວັນ​ເສົ້າໝອງ.


ເບິ່ງແມ! ພຣະອົງ​ຈະ​ສະເດັດ​ມາ​ມີ​ເມກ​ເປັນ​ຂະບວນ​ແຫ່ ແລະ​ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ ແລະ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ​ຈະ​ເຫັນ​ພຣະອົງ​ເໝືອນກັນ. ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ຮໍ່າໄຮ​ເພາະ​ພຣະອົງ ຈະ​ເປັນ​ໄປ​ຢ່າງ​ນັ້ນ ອາແມນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


ພຣະອົງ​ຜູ້​ຊົງ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານີ້ ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້.” ອາແມນ ອົງ​ພຣະເຢຊູເຈົ້າ​ເຊີນ​ສະເດັດ​ມາ​ເທີ້ນ!


ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,


ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka