Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:3 - ພຣະຄຳພີສັກສິ

3 ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຄົນ​ທັງຫລາຍ​ຈະ​ທົນ​ກັບ​ຄຳສອນ​ອັນ​ມີ​ຫລັກ​ບໍ່​ໄດ້. ກົງກັນຂ້າມ, ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ພວກເຂົາ ພວກເຂົາ​ຈະ​ຮວບຮວມ​ຄູ​ຈຳນວນ​ຫລາຍ​ໄວ້​ອ້ອມຂ້າງ​ພວກເຂົາ​ເພື່ອ​ເວົ້າ​ໃນ​ສິ່ງ​ທີ່​ຫູ​ຂອງ​ພວກເຂົາ​ຢາກ​ໄດ້​ຍິນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:3
33 Jak'a apnaqawi uñst'ayäwi  

ແລ້ວ​ເອລີຢາ​ກໍ​ກ່າວ​ຕໍ່ໄປ​ວ່າ, “ຂ້າພະເຈົ້າ​ຜູ້ດຽວ​ທີ່​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ຍັງເຫລືອ​ຢູ່, ແຕ່​ສ່ວນ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ​ນັ້ນ​ມີ​ສີ່ຮ້ອຍ​ຫ້າສິບ​ຄົນ.


ແລ້ວ​ກະສັດ​ອາຮາບ​ກໍ​ເວົ້າ​ຕໍ່​ກະສັດ​ເຢໂຮຊາຟັດ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ລາວ​ບໍ່ເຄີຍ​ທໍານວາຍ​ເລື່ອງ​ດີ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ ລາວ​ທຳນວາຍ​ແຕ່​ເລື່ອງ​ທີ່​ບໍ​ດີ​ທັງນັ້ນ.”


ກະສັດ​ອາຮາບ​ຕອບ​ວ່າ, “ຍັງ​ມີ​ຢູ່​ອີກ​ຄົນ​ໜຶ່ງ​ທີ່​ຈະ​ປຶກສາ​ພຣະເຈົ້າຢາເວ​ໄດ້ ຊື່​ວ່າ​ມີກາອີຢາ ລູກຊາຍ​ຂອງ​ອິມລາ, ແຕ່​ຂ້າພະເຈົ້າ​ກຽດຊັງ​ລາວ​ເພາະ​ລາວ​ບໍ່ເຄີຍ​ທຳນວາຍ​ເລື່ອງ​ດີ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ; ລາວ​ທຳນວາຍ​ແຕ່​ເລື່ອງ​ບໍ່​ດີ​ທັງນັ້ນ.” ກະສັດ​ເຢໂຮຊາຟັດ​ຕອບ​ຄືນ​ວ່າ, “ທ່ານ​ບໍ່ຄວນ​ເວົ້າ​ຢ່າງນັ້ນ.”


ພຣະເຈົ້າຢາເວ​ຈຶ່ງ​ຕອບ​ໂມເຊ​ວ່າ, “ຜູ້ໃດ​ເຮັດ​ບາບ​ຕໍ່ສູ້​ເຮົາ ເຮົາ​ຈະ​ລຶບ​ຊື່​ຜູ້ນັ້ນ​ອອກ​ຈາກ​ປື້ມ​ບັນຊີ​ຂອງເຮົາ.


ພຣະອົງ​ໃຫ້​ການ​ພັກຜ່ອນ ແລະ​ການ​ເລົ້າໂລມ​ໃຈ​ແກ່​ພວກເຈົ້າ ແຕ່​ພວກເຈົ້າ​ພັດ​ບໍ່​ຍອມ​ຟັງ​ພຣະອົງ.


ພວກເຂົາ​ບອກ​ພວກ​ຜູ້ທຳນວາຍ​ໃຫ້​ມິດງຽບ. ພວກເຂົາ​ເວົ້າ​ວ່າ, “ຢ່າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ​ສູ່​ພວກເຮົາ​ຟັງ​ເລີຍ. ຈົ່ງ​ບອກ​ສິ່ງ​ທີ່​ພວກເຮົາ​ຢາກ​ຟັງ. ໃຫ້​ພວກເຮົາ​ຢຶດຖື​ສິ່ງ​ທີ່​ລວງຕາ​ລວງໃຈ​ໄວ້​ສາ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ ຫລື​ຜູ້ໃດ​ຜູ້ໜຶ່ງ​ທີ່​ອ້າງ​ຕົນເອງ​ວ່າ​ລາວ​ທຳນວາຍ​ອະນາຄົດ​ໄດ້ ບໍ່​ວ່າ​ຈະ​ແມ່ນ​ໂດຍ​ທາງ​ຄວາມຝັນ ຫລື​ໂດຍ​ທາງ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ສອບຖາມ ຫລື​ໂດຍ​ທາງ​ເວດມົນ​ກໍຕາມ. ພວກເຂົາ​ທັງໝົດ​ບອກ​ພວກເຈົ້າ​ບໍ່​ໃຫ້​ຍອມ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


ຝ່າຍ​ພວກ​ທຳມະຈານ ແລະ ພວກ​ຫົວໜ້າ​ປະໂຣຫິດ​ຮູ້​ຢູ່​ວ່າ, ພຣະອົງ​ຊົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ ພວກເຂົາ​ຈຶ່ງ​ວາງແຜນ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ.


“ວິບັດ​ມີ​ແກ່​ພວກເຈົ້າ ເມື່ອ​ມີ​ຄົນ​ຍ້ອງຍໍ​ວ່າ​ພວກເຈົ້າ​ດີ ເພາະ​ບັນພະບຸລຸດ​ຂອງ​ພວກເຂົາ​ກໍໄດ້​ເວົ້າ​ຢ່າງ​ດຽວກັນ​ນີ້​ແຫຼະ ແກ່​ພວກ​ຜູ້​ປະກາດ​ພຣະທຳ​ປອມ.”


ແຕ່​ເຈົ້າ​ທັງຫລາຍ​ບໍ່ໄດ້​ເຊື່ອ​ເຮົາ ເພາະ​ຝ່າຍ​ເຮົາ​ກ່າວ​ຄວາມຈິງ.


ດ້ວຍວ່າ, ປະຊາຊົນ​ຊາວ​ອາແຖນ ແລະ​ຊາວ​ຕ່າງດ້າວ ຊຶ່ງ​ອາໄສ​ຢູ່​ທີ່​ນັ້ນ ບໍ່ເຄີຍ​ເສຍ​ເວລາ​ກັບ​ສິ່ງ​ອື່ນ​ໃດ ນອກຈາກ​ຈະ​ເວົ້າ​ແລະ​ຟັງ​ສິ່ງ​ໃໝ່ໆ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເພື່ອ​ປະກາດ​ຄວາມຈິງ​ອັນ​ເລິກລັບ​ຂອງ​ພຣະເຈົ້າ ເຮົາ​ບໍ່ໄດ້​ໃຊ້​ຖ້ອຍຄຳ​ຍາກ ຫລື​ຄວາມ​ຮູ້​ອັນ​ໜ້າຟັງ.


ຄຳສັ່ງສອນ ແລະ​ຄຳ​ເທດສະໜາ​ຂອງເຮົາ ກໍ​ບໍ່ແມ່ນ​ຄຳ​ສະຫລຽວ​ສະຫລາດ ອັນ​ກ້ຽວກ່ອມ​ໃຈ​ດ້ວຍ​ປັນຍາ​ຂອງ​ມະນຸດ, ແຕ່​ແມ່ນ​ຄຳ​ຊຶ່ງ​ໄດ້​ສຳແດງ​ພຣະວິນຍານ ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ.


ເວລາ​ນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ ຍ້ອນ​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ຊັ້ນບໍ?


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ຈົ່ງ​ເຮັດ​ຕາມ​ແບບຢ່າງ​ແຫ່ງ​ຄຳສອນ​ອັນ​ມີ​ຫລັກ ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka