Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:22 - ພຣະຄຳພີສັກສິ

22 ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ຂໍ​ອົງພຣະຜູ້ເປັນເຈົ້າ​ສະຖິດ​ກັບ​ຈິດວິນຍານ​ຂອງ​ເຈົ້າ ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກ​ຄົນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:22
13 Jak'a apnaqawi uñst'ayäwi  

ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ສາມັກຄີທຳ​ກັບ​ພຣະວິນຍານ​ບໍຣິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ເທີ້ນ ອາແມນ.


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ນຳ​ທຸກຄົນ​ທີ່​ຮັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢ່າງ​ບໍ່​ຮູ້​ເສື່ອມສູນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.


ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ຊຶ່ງ​ບາງຄົນ​ໄດ້​ຍອມ​ຮັບ​ເອົາ​ແລ້ວ ຈຶ່ງ​ໄດ້​ຫລົງ​ໄປ​ຈາກ​ຄວາມເຊື່ອ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ເທີ້ນ.


ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ທີ່​ສະແດງ​ເຖິງ​ຄວາມຮັກ. ຂໍ​ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ​ທີ່​ຢູ່​ໃນ​ພຣະຄຣິດ​ເທີ້ນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ເທີ້ນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka