Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:21 - ພຣະຄຳພີສັກສິ

21 ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ກ່ອນ​ລະດູ​ໜາວ​ໃຫ້​ໄດ້. ຢູບູໂລ, ປູເດັນ, ລີໂນ ແລະ ກະໂລເດຍ​ກັບ​ພີ່ນ້ອງ​ຄຣິສຕຽນ​ທັງໝົດ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ເຖິງ​ບ່ອນ​ນີ້​ກ່ອນ​ລະດູ​ໜາວ. ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງ​ທັງໝົດ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:21
11 Jak'a apnaqawi uñst'ayäwi  

ເພາະ​ເມື່ອ​ເຈົ້າ​ກັບ​ໂຈດ​ໄປ​ຫາ​ຜູ້ປົກຄອງ ຈົ່ງ​ພະຍາຍາມ​ຫາ​ຊ່ອງທາງ​ປອງດອງ​ກັນ ເມື່ອ​ຍັງ​ຢູ່​ກາງ​ທາງ ຢ້ານ​ວ່າ ໂຈດ​ຈະ​ລາກ​ເຈົ້າ​ເຂົ້າ​ໄປ​ຫາ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລ້ວ​ເຈົ້າໜ້າທີ່​ຈະ​ຂັງ​ເຈົ້າ​ໄວ້​ໃນ​ຄຸກ.


ພີ່ນ້ອງ​ທຸກຄົນ​ໃນ​ທີ່​ນີ້ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ປາໄສ​ກັນ ດ້ວຍ​ທຳນຽມ​ຈູບ​ອັນ​ບໍຣິສຸດ.


ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ທຸກຄົນ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ເໝືອນກັນ.


ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ແລ້ວ​ແມ່ນ​ພວກ​ທີ່​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ຈັກກະພັດ.


ເຮົາ​ລະນຶກເຖິງ​ນໍ້າຕາ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຢາກ​ເຫັນ​ໜ້າ​ເຈົ້າ​ຫລາຍ​ທີ່ສຸດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ.


ເມື່ອ​ເຈົ້າ​ມາ ຈົ່ງ​ເອົາ​ເສື້ອຄຸມ​ທີ່​ເຮົາ​ໄດ້​ປະ​ໄວ້​ກັບ​ກາລະໂປ ທີ່​ເມືອງ​ໂທອາດ​ນັ້ນ​ມາ​ນຳ​ດ້ວຍ ຈົ່ງ​ເອົາ​ໜັງສື​ຕ່າງໆ​ມາ​ເໝືອນກັນ ເປັນ​ຕົ້ນ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນ​ໜັງ​ນັ້ນ.


ຈົ່ງ​ຮີບຮ້ອນ​ໃຈ​ມາ​ຫາ​ເຮົາ​ໄວໆ.


ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື​ຕີຂີໂກ​ໄປ​ຫາ​ເຈົ້າ​ນັ້ນ ເຈົ້າ​ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ທີ່​ເມືອງ​ນີໂກໂປລີ ເພາະ​ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດ​ລະດູ​ໜາວ.


ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ເຈົ້າ​ທີ່​ຊົງ​ເລືອກ​ໄວ້ ນັ້ນ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຫາ​ພວກເຈົ້າ​ດ້ວຍ.


ເຮົາ​ຫວັງ​ວ່າ ຈະ​ໄດ້​ເຫັນ​ເຈົ້າ​ໃນ​ໄວໆ​ນີ້ ແລະ​ຈະ​ໄດ້​ເວົ້າ​ກັນ​ປາກ​ຕໍ່​ປາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka