Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:20 - ພຣະຄຳພີສັກສິ

20 ເອຣາຊະໂຕ ໄດ້​ຄ້າງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ​ເຮົາ​ໄດ້​ປະ​ໂທຟີໂມ​ໄວ້​ທີ່​ເມືອງ​ມີເລໂຕ ເພາະວ່າ​ລາວ​ປ່ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ເອຣາຊະໂຕ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ ເຮົາ​ໄດ້​ປະ​ໂທຟີໂມ​ທີ່​ປ່ວຍ​ຢູ່​ໄວ້​ທີ່​ເມືອງ​ມີເລໂຕ

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:20
9 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ໂປໂລ​ໄດ້​ອອກ​ຈາກ​ນະຄອນ​ອາແຖນ ແລະ​ໄປ​ທີ່​ເມືອງ​ໂກຣິນໂທ.


ກີສະໂປ​ຜູ້​ທີ່​ເປັນ​ຫົວໜ້າ​ທຳມະສາລາ ກໍໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງຕົນ, ຊາວ​ໂກຣິນໂທ​ຫລາຍ​ຄົນ​ຜູ້​ໄດ້ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ ກໍໄດ້​ເຊື່ອ​ແລະ​ຮັບ​ບັບຕິສະມາ.


ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້​ຊ່ວຍ​ຂອງຕົນ​ສອງ​ຄົນ ຄື​ຕີໂມທຽວ​ກັບ​ເອຣາຊະໂຕ ໄປ​ທີ່​ແຂວງ​ມາເກໂດເນຍ, ສ່ວນ​ເພິ່ນ​ເອງ​ຍັງ​ພັກ​ຢູ່​ຊົ່ວ​ໄລຍະ​ໜຶ່ງ​ທີ່​ແຂວງ​ເອເຊຍ.


ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ລົງ​ເຮືອ ແລະ​ເດີນທາງ​ມາ​ເຖິງ​ບ່ອນ​ທີ່​ຊື່​ກັບ​ເກາະ​ຂີໂອ ວັນ​ຕໍ່ມາ ພວກເຮົາ​ກໍ​ມາ​ຮອດ​ທ່າ​ເຮືອ​ເກາະ​ຊາໂມ ແລະ​ວັນ​ຕໍ່ມາ​ອີກ ພວກເຮົາ​ກໍ​ເດີນທາງ​ມາ​ເຖິງ​ເມືອງ​ມີເລໂຕ.


ແລ້ວ​ໂປໂລ​ກໍ​ໃຊ້​ຄົນນຳຂ່າວ​ຈາກ​ເມືອງ​ມີເລໂຕ ໄປ​ທີ່​ເມືອງ​ເອເຟໂຊ ເພື່ອ​ຂໍຮ້ອງ​ໃຫ້​ພວກ​ເຖົ້າແກ່​ໃນ​ຄຣິສຕະຈັກ​ມາ​ພົບ.


ຄົນ​ທີ່​ໄປ​ກັບ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ໂຊປາເຕ ລູກຊາຍ​ຂອງ​ປີໂຣ​ຊາວ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ ຊາວ​ເມືອງ​ເທສະໂລນິກ, ໄຄໂຢ ຊາວ​ເມືອງ​ເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວ​ແຂວງ​ເອເຊຍ ແລະ ຕີໂມທຽວ.


ພວກເຂົາ​ເວົ້າ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ເຫັນ​ໂທຟີໂມ ຊາວ​ເມືອງ​ເອເຟໂຊ​ຢູ່​ກັບ​ໂປໂລ​ຢູ່​ໃນ​ເມືອງ ແລະ​ພວກເຂົາ​ຄິດ​ວ່າ​ໂປໂລ​ໄດ້​ນຳ​ເອົາ​ຄົນ​ນີ້​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ​ດ້ວຍ.)


ທ່ານ​ໄຄໂຢ ເຈົ້າ​ຂອງ​ເຮືອນ ບ່ອນ​ທີ່​ຮັບ​ລ້ຽງ​ເຮົາ ແລະ​ເປັນ​ຜູ້​ບຳລຸງ​ຄຣິສຕະຈັກ​ໜ່ວຍ​ນີ້ ກໍ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ທຸກຄົນ ທ່ານ​ເອຣາຊະໂຕ ນາຍຄັງ​ປະຈຳ​ເມືອງ ພ້ອມ​ທັງ​ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. [


Jiwasaru arktasipxañani:

Anuncios ukanaka


Anuncios ukanaka