Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:19 - ພຣະຄຳພີສັກສິ

19 ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ປີຊະກີລາ​ກັບ​ອາກີລາ ແລະ​ຄອບຄົວ​ໂອເນຊີໂຟໂຣ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ​ກັບ​ອາກີລາ ແລະ ຄົວເຮືອນ​ຂອງ​ໂອເນຊິໂຟໂຣ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:19
7 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ.


ຫລັງຈາກ​ທີ່​ໂປໂລ​ໄດ້​ພັກ​ຢູ່​ນຳ​ຄົນ​ທີ່ເຊື່ອ​ອີກ​ຫລາຍ​ວັນ ເພິ່ນ​ກໍ​ອຳລາ​ພວກເຂົາ ແລ້ວ​ລົງ​ເຮືອ​ເດີນທາງ​ໄປ​ສູ່​ແຂວງ​ຊີເຣຍ ປີຊະກີລາ ແລະ ອາກີລາ​ກໍ​ເດີນທາງ​ໄປ​ນຳ​ດ້ວຍ ຢູ່​ທີ່​ເມືອງ​ເກັນເຂໄອ ກ່ອນ​ລົງ​ເຮືອ​ອອກ​ເດີນທາງ​ໂປໂລ​ໄດ້​ແຖ​ຫົວ ເພາະ​ໄດ້​ບະບົນ​ຕົວ​ໄວ້.


ໃນ​ທີ່​ນີ້ ເພິ່ນ​ໄດ້​ພົບ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາກີລາ ຊຶ່ງ​ເກີດ​ຢູ່​ທີ່​ແຂວງ​ປົນໂຕ ແລະ​ຫາ​ກໍ​ມາ​ແຕ່​ອີຕາລີ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວ​ຢິວ​ທຸກຄົນ​ໜີ​ອອກ​ຈາກ​ນະຄອນ​ໂຣມ, ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຜົວ​ເມຍ​ນີ້ ແລະ​ຢູ່​ກັບ​ພວກເຂົາ


ລາວ​ກ່າວ​ສັ່ງສອນ​ດ້ວຍ​ໃຈ​ກ້າຫານ​ໃນ​ທຳມະສາລາ ເມື່ອ​ປີຊະກີລາ ແລະ ອາກີລາ​ຟັງ​ລາວ​ສັ່ງສອນ​ແລ້ວ ພວກເຂົາ​ຈຶ່ງ​ຕ້ອນຮັບ​ລາວ​ໄວ້​ໃນ​ເຮືອນ​ຂອງຕົນ ແລະ​ອະທິບາຍ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ຮູ້​ຢ່າງ​ຖືກຕ້ອງ​ຕື່ມ​ຂຶ້ນ.


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ ສົ່ງ​ຄວາມ​ຄິດເຖິງ​ຂອງ​ພວກເຂົາ​ມາ​ຍັງ​ພວກເຈົ້າ, ອາກີລາ​ກັບ​ປີຊະກີລາ​ພ້ອມ​ດ້ວຍ​ຄຣິສຕະຈັກ ທີ່​ປະຊຸມ​ກັນ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ອັນ​ອົບອຸ່ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ມາ​ເຖິງ​ພວກເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka