2 ຕີໂມທຽວ 4:18 - ພຣະຄຳພີສັກສິ18 ອົງພຣະຜູ້ເປັນເຈົ້າຊົງຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທຸກຢ່າງ ແລະນຳເຮົາເຂົ້າໄປສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ ຂໍໃຫ້ສະຫງ່າຣາສີ ຈົ່ງມີແກ່ພຣະອົງ ສືບໆໄປເປັນນິດເທີ້ນ ອາແມນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່18 ອົງພຣະຜູ້ເປັນເຈົ້າຈະຊ່ວຍກອບກູ້ເຮົາຈາກການໂຈມຕີທີ່ຊົ່ວຮ້າຍທຸກຢ່າງ ແລະ ຈະນຳເຮົາເຂົ້າສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ. ຂໍໃຫ້ສະຫງ່າລາສີຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ. Uka jalj uñjjattʼäta |
ແຕ່ຢາເບດໄດ້ພາວັນນາອະທິຖານຕໍ່ພຣະເຈົ້າແຫ່ງຊາດອິດສະຣາເອນວ່າ, “ໂອ ພຣະເຈົ້າເອີຍ ໂຜດອວຍພອນຂ້ານ້ອຍ ແລະໃຫ້ຂ້ານ້ອຍມີດິນແດນຢ່າງຫລວງຫລາຍແດ່ທ້ອນ. ໂຜດສະຖິດຢູ່ນຳຂ້ານ້ອຍແລະຮັກສາຂ້ານ້ອຍ ໃຫ້ພົ້ນຈາກການຊົ່ວຮ້າຍນາໆປະການແດ່ທ້ອນ ຊຶ່ງອາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມເຈັບປວດ.” ພຣະເຈົ້າໄດ້ໃຫ້ສິ່ງທີ່ລາວໄດ້ພາວັນນາອະທິຖານຂໍນັ້ນ.
ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທຳ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງ ເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກໜີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້.
ເມື່ອດາວິດຮັບຂ່າວວ່ານາບານໄດ້ຕາຍໄປແລ້ວ ເພິ່ນຈຶ່ງກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະອົງໄດ້ແກ້ແຄ້ນນາບານເພາະລາວໝິ່ນປະໝາດຂ້ານ້ອຍ ແລະພຣະອົງຮັກສາຂ້ານ້ອຍຜູ້ທີ່ເປັນຄົນຮັບໃຊ້ຂອງພຣະອົງບໍ່ໃຫ້ເຮັດຜິດ. ພຣະເຈົ້າຢາເວໄດ້ລົງໂທດນາບານຍ້ອນຄວາມຊົ່ວຊ້າທີ່ລາວໄດ້ເຮັດ.” ແລ້ວດາວິດກໍສົ່ງຄົນໄປສູ່ຂໍເອົານາງອາບີກາຍມາເປັນເມຍຂອງຕົນ.