2 ຕີໂມທຽວ 4:17 - ພຣະຄຳພີສັກສິ17 ແຕ່ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ ແລະຊູກຳລັງເຮົາຂຶ້ນ ເພື່ອໃຫ້ເຮົາສາມາດປະກາດຂ່າວປະເສີດອັນຄົບຖ້ວນ ແກ່ຄົນຕ່າງຊາດທຸກຄົນ ແລະເຮົາກໍໄດ້ຖືກຊ່ວຍກູ້ເອົາໃຫ້ພົ້ນຈາກປາກຂອງສິງໂຕ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່17 ແຕ່ອົງພຣະຜູ້ເປັນເຈົ້າຢູ່ຄຽງຂ້າງເຮົາ ແລະ ໃຫ້ກຳລັງໃຫ້ແກ່ເຮົາ, ເພື່ອວ່າໂດຍຜ່ານທາງເຮົາຖ້ອຍຄຳຈະຖືກປະກາດໄປຢ່າງຄົບຖ້ວນ ແລະ ຄົນຕ່າງຊາດທັງຫລາຍກໍຈະໄດ້ຍິນເລື່ອງນີ້ ແລະ ເຮົາກໍໄດ້ຮັບການຊ່ວຍໃຫ້ພົ້ນຈາກປາກສິງ. Uka jalj uñjjattʼäta |
ແຕ່ຄຳຕອບຂອງພຣະອົງເປັນດັ່ງນີ້: “ພຣະຄຸນຂອງເຮົາ ກໍມີພໍແລ້ວສຳລັບເຈົ້າ. ດ້ວຍວ່າ, ເມື່ອໃດທີ່ເຈົ້າອ່ອນແຮງ ເມື່ອນັ້ນຣິດອຳນາດຂອງເຮົາກໍສຳແດງອອກຢ່າງລົ້ນເຫຼືອ.” ດັ່ງນັ້ນ ເຮົາຈຶ່ງມີຄວາມພາກພູມໃຈໃນບັນດາຄວາມອ່ອນແຮງຂອງເຮົາກໍດີກວ່າ ເພື່ອວ່າຣິດອຳນາດຂອງພຣະຄຣິດຈະຄຸ້ມຄອງປ້ອງກັນເຮົາໄວ້.
ການຖືກຂົ່ມເຫັງ ແລະຄວາມທົນທຸກລຳບາກຂອງເຮົາ ເຈົ້າກໍຮູ້ຈັກເຫດການທັງໝົດທີ່ໄດ້ເກີດຂຶ້ນກັບເຮົາໃນເມືອງອັນຕີໂອເຂຍ ໃນເມືອງອີໂກນີອົມ ແລະໃນເມືອງລີສະຕຣາ ຄືການຖືກຂົ່ມເຫັງອັນໜັກໜ່ວງທີ່ເຮົາໄດ້ທົນເອົານັ້ນ, ແຕ່ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກສິ່ງເຫຼົ່ານັ້ນທັງສິ້ນ.