Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:16 - ພຣະຄຳພີສັກສິ

16 ບໍ່ມີ​ຜູ້ໃດ​ເຂົ້າຂ້າງ​ເຮົາ​ຈັກ​ຄົນ ເມື່ອ​ເຮົາ​ກ່າວ​ແກ້​ຄະດີ​ເທື່ອ​ທຳອິດ​ນັ້ນ ທຸກຄົນ​ໄດ້​ປະຖິ້ມ​ເຮົາ​ໝົດ ຂໍ​ພຣະເຈົ້າ​ຢ່າ​ຖື​ໂທດ​ພວກເຂົາ​ເລີຍ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ໃນ​ການສູ້ຄະດີ​ຄັ້ງ​ທຳອິດ​ຂອງ​ເຮົາ​ນັ້ນ, ບໍ່​ມີ​ຜູ້ໃດ​ຢູ່​ຝ່າຍ​ເຮົາ​ເລີຍ ທຸກຄົນ​ປະຖິ້ມ​ເຮົາ​ຫມົດ. ຂໍ​ຢ່າ​ໃຫ້​ພວກເຂົາ​ຕ້ອງ​ໄດ້​ຮັບໂທດ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:16
16 Jak'a apnaqawi uñst'ayäwi  

ແລ້ວ​ພວກ​ສາວົກ​ທັງໝົດ​ກໍ​ປະຖິ້ມ ແລະ​ແລ່ນ​ປົບໜີ​ຈາກ​ພຣະອົງ​ໄປ.


“ເມື່ອ​ພວກເຂົາ​ນຳ​ພວກເຈົ້າ​ໄປ​ສອບສວນ​ໃນ​ທຳມະສາລາ ຫລື​ຕໍ່ໜ້າ​ບັນດາ​ຜູ້​ປົກຄອງ ຫລື​ຜູ້​ມີ​ສິດ​ອຳນາດ ຢ່າ​ສູ່​ຄິດ​ກະວົນ​ກະວາຍ​ວ່າ ຈະ​ປ້ອງກັນ​ຕົວ​ເອງ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ.


ເວລາ​ກຳລັງ​ມາ​ແລະ​ກໍ​ມາ​ເຖິງ​ທີ່​ນີ້​ແລ້ວ ເມື່ອ​ພວກເຈົ້າ​ຕ້ອງ​ພັດ​ພາກ​ຈາກ​ກັນ​ໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ ແລະ​ປ່ອຍ​ເຮົາ​ໄວ້​ແຕ່​ຜູ້​ດຽວ, ແຕ່​ເຮົາ​ບໍ່ໄດ້​ຢູ່​ຜູ້​ດຽວ ເພາະ​ພຣະບິດາເຈົ້າ​ສະຖິດ​ຢູ່​ກັບ​ເຮົາ.


“ພີ່ນ້ອງ ແລະ​ທ່ານ​ຜູ້​ອາວຸໂສ​ເອີຍ, ຂໍ​ຟັງ​ຄຳ​ໃຫ້​ການ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ທັງຫລາຍ​ໃນ​ບັດນີ້​ດ້ວຍ​ເຖີດ.”


ແຕ່​ຂ້ານ້ອຍ​ຕອບ​ພວກເພິ່ນ​ວ່າ, ຊາວ​ໂຣມ​ບໍ່ມີ​ທຳນຽມ​ທີ່​ຈະ​ມອບ​ຕົວ​ຈຳເລີຍ ກ່ອນ​ທີ່​ໂຈດ​ກັບ​ຈຳເລີຍ​ມາ​ຊ້ອງໜ້າ​ກັນ ເພື່ອ​ໃຫ້​ຈຳເລີຍ​ມີ​ໂອກາດ​ກ່າວ​ແກ້​ຄະດີ​ຕໍ່​ຂໍ້​ກ່າວຫາ.


ຊະເຕຟາໂນ​ຄຸເຂົ່າ​ລົງ ແລະ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂໍ​ຊົງ​ໂຜດ​ຍົກບາບ​ຍົກກຳ​ນີ້​ໃຫ້​ພວກເຂົາ​ດ້ວຍ​ເທີ້ນ.” ເມື່ອ​ກ່າວ​ຄຳ​ນີ້​ແລ້ວ ເພິ່ນ​ກໍ​ສິ້ນໃຈ​ຕາຍ.


ບໍ່​ເຮັດ​ການ​ອັນ​ບໍ່​ສຸພາບ ບໍ່​ຄິດເຫັນ​ປະໂຫຍດ​ສ່ວນຕົວ​ແຕ່​ຝ່າຍ​ດຽວ ບໍ່ມີ​ໃຈ​ຮ້າຍ​ງ່າຍ ບໍ່​ມັກ​ຈົດຈຳ​ຄວາມຜິດ


ຖ້າ​ຜູ້ໃດ​ສອບສວນ​ເຮົາ ເຮົາ​ກໍ​ກ່າວ​ປ້ອງກັນ​ຕົວ​ດັ່ງນີ້​ວ່າ:


ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ການ​ທີ່​ເຈົ້າ​ທັງຫລາຍ​ໄດ້​ທຸກໃຈ ຕາມ​ຢ່າງ​ຊອບພຣະໄທ​ພຣະເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເກີດ​ມີ​ຄວາມ​ຂະຫຍັນ​ຂັນແຂງ​ຫລາຍ​ເທົ່າ​ໃດ ເອົາໃຈໃສ່​ທີ່​ຈະ​ແກ້​ຕົວ​ຫລາຍ​ເທົ່າ​ໃດ ຄວາມ​ເຄືອງໃຈ ຄວາມ​ຕື່ນ​ຕົວ ຄວາມ​ອາໄລ ຄວາມ​ຮ້ອນຮົນ ແລະ​ການ​ລົງໂທດ​ຕອບແທນ​ຫລາຍ​ເທົ່າ​ໃດ ໃນ​ທຸກສິ່ງ​ເຫຼົ່ານີ້ ເຈົ້າ​ທັງຫລາຍ​ໄດ້​ສະແດງ​ຕົວ​ວ່າ ເປັນ​ຄົນ​ບໍ່ມີ​ຜິດ​ໃນ​ການ​ນັ້ນ​ແລ້ວ.


ສ່ວນ​ຄົນອື່ນ​ບໍ່ໄດ້​ປະກາດ​ເລື່ອງ​ພຣະຄຣິດ​ຈາກ​ໃຈ​ຈິງ ແຕ່​ຈາກ​ໃຈ​ມັກໃຫຍ່​ໃຝ່ສູງ​ອັນ​ເຫັນແກ່ຕົວ ພວກເຂົາ​ຫວັງ​ຈະ​ໃຫ້​ເຮົາ​ເດືອດຮ້ອນ​ຫລາຍ​ຂຶ້ນ ໃນ​ຂະນະທີ່​ເຮົາ​ຖືກ​ຄຸກ​ຢູ່​ນີ້.


ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.


ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ທຸກຄົນ​ໃນ​ແຂວງ​ເອເຊຍ​ລວມ​ທັງ​ຟູເຄໂລ ແລະ ເຮຣະໂມເກນ​ໄດ້​ປະຖິ້ມ​ເຮົາ.


ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.


ເຈົ້າ​ເອງ ກໍ​ຈົ່ງ​ລະວັງຕົວ​ລາວ​ໃຫ້​ດີ ເພາະ​ລາວ​ເວົ້າ​ຂັດຂວາງ​ຕໍ່ສູ້​ຖ້ອຍຄຳ​ຂອງ​ພວກເຮົາ​ຢ່າງ​ຮຸນແຮງ.


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka