12 ເຮົາໄດ້ໃຊ້ຕີຂີໂກໄປທີ່ເມືອງເອເຟໂຊ.
12 ເຮົາໄດ້ສົ່ງຕີຂີໂກໄປຍັງເມືອງເອເຟໂຊ.
ເມື່ອເດີນທາງມາເຖິງເມືອງເອເຟໂຊ ໂປໂລກໍປະປີຊະກີລາ ແລະອາກີລາໄວ້ຢູ່ໃນເມືອງນີ້, ສ່ວນເພິ່ນນັ້ນເຂົ້າໄປໃນທຳມະສາລາ ແລະສົນທະນາ ໂຕ້ຕອບກັບພວກຢິວ.
ແຕ່ເພິ່ນຊໍ້າພັດອຳລາພວກເຂົາໄປໂດຍກ່າວວ່າ, “ຖ້າແມ່ນນໍ້າພຣະໄທຂອງພຣະເຈົ້າ ເຮົາຈະກັບມາຫາພວກເຈົ້າອີກ.” ແລ້ວໂປໂລກໍລົງເຮືອໄປຈາກເມືອງເອເຟໂຊ.
ຂະນະທີ່ອາໂປໂລຍັງຢູ່ທີ່ເມືອງໂກຣິນໂທນັ້ນ ໂປໂລກຳລັງຜ່ານໄປທົ່ວເຂດພາກເໜືອໃນແຂວງນີ້ ແລະເດີນທາງມາຮອດເມືອງເອເຟໂຊ, ໃນທີ່ນີ້ໂປໂລໄດ້ພົບສິດບາງຄົນ
ຂ້າພະເຈົ້າໄດ້ທຽວໄປປະກາດເຖິງອານາຈັກຂອງພຣະເຈົ້າ ໃນທ່າມກາງພວກທ່ານທຸກຄົນ, ແຕ່ບັດນີ້ຂ້າພະເຈົ້າຮູ້ວ່າ ບໍ່ມີຜູ້ໃດໃນພວກທ່ານຈະເຫັນໜ້າຂ້າພະເຈົ້າອີກຕໍ່ໄປ.
ຄົນທີ່ໄປກັບເພິ່ນນັ້ນມີດັ່ງນີ້: ໂຊປາເຕ ລູກຊາຍຂອງປີໂຣຊາວເມືອງເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ ຊາວເມືອງເທສະໂລນິກ, ໄຄໂຢ ຊາວເມືອງເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວແຂວງເອເຊຍ ແລະ ຕີໂມທຽວ.
ຕີຂີໂກ ພີ່ນ້ອງທີ່ຮັກແລະຜູ້ຮັບໃຊ້ທີ່ສັດຊື່ ໃນພາລະກິດຂອງອົງພຣະຜູ້ເປັນເຈົ້າ ຈະເລົ່າເລື່ອງທັງໝົດກ່ຽວກັບຂ້າພະເຈົ້າສູ່ພວກເຈົ້າຟັງ ເພື່ອພວກເຈົ້າຈະໄດ້ຮູ້ວ່າຂ້າພະເຈົ້າເປັນຢູ່ຢ່າງໃດ.
ສະນັ້ນ ຂ້າພະເຈົ້າຈຶ່ງໃຊ້ລາວມາຫາພວກເຈົ້າ ເພື່ອແຈ້ງໃຫ້ພວກເຈົ້າຮູ້ວ່າພວກເຮົາທຸກຄົນເປັນຢູ່ຢ່າງໃດ ແລະເພື່ອໃຫ້ລາວໜູນໃຈພວກເຈົ້າ.
ຕີຂີໂກ, ພີ່ນ້ອງທີ່ຮັກຂອງພວກເຮົາ ຜູ້ຮ່ວມງານທີ່ສັດຊື່ ແລະທັງເປັນຜູ້ຮັບໃຊ້ຮ່ວມກັນໃນພາລະກິດຂອງອົງພຣະຜູ້ເປັນເຈົ້າ ຈະບອກຂ່າວທັງໝົດກ່ຽວກັບເຮົາໃຫ້ພວກເຈົ້າຮູ້.
ເມື່ອເຮົາກຳລັງເດີນທາງໄປທີ່ແຂວງມາເກໂດເນຍ ເຮົາຂໍຮ້ອງໃຫ້ເຈົ້າຢູ່ໃນເມືອງເອເຟໂຊ ເພື່ອຈະໄດ້ສັ່ງຫ້າມບາງຄົນ ບໍ່ໃຫ້ພວກເຂົາສອນຄຳໂອວາດຢ່າງອື່ນ.
ເມື່ອເຮົາໃຊ້ອາເຕມາ ຫລືຕີຂີໂກໄປຫາເຈົ້ານັ້ນ ເຈົ້າຈົ່ງພະຍາຍາມມາຫາເຮົາ ທີ່ເມືອງນີໂກໂປລີ ເພາະເຮົາຕັດສິນໃຈແລ້ວວ່າ ຈະພັກຢູ່ທີ່ນັ້ນຈົນໝົດລະດູໜາວ.