Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:4 - ພຣະຄຳພີສັກສິ

4 ເປັນ​ຄົນ​ທໍລະຍົດ, ດື້ດ້ານ, ອວດ​ສະຫາວ ແລະ​ເປັນ​ຄົນ​ຮັກ​ຄວາມ​ສະໜຸກ ຫລາຍກວ່າ​ຮັກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເປັນ​ຄົນ​ທໍລະຍົດ, ໃຈຮ້ອນ, ອວດດີ, ເປັນ​ຄົນ​ຮັກຄວາມສະໜຸກ​ຫລາຍ​ກວ່າ​ຮັກພຣະເຈົ້າ,

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:4
12 Jak'a apnaqawi uñst'ayäwi  

ບໍ່ມີ​ຜູ້ໃດ​ດອກ​ທີ່​ຈະ​ປະຕິເສດ​ໄດ້. ເພາະສະນັ້ນ ພວກເຈົ້າ​ຄວນ​ສະຫງົບ​ລົງ​ສາ ແລະ​ຢ່າ​ເຮັດ​ສິ່ງໃດ​ໂດຍ​ທີ່​ບໍ່​ຢັ່ງຄິດ.


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ຖືກຕ້ອງ​ແລ້ວ ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອ ຈຶ່ງ​ຖືກ​ຫັກ​ອອກ, ແຕ່​ທີ່​ເຈົ້າ​ຢູ່​ໄດ້​ນັ້ນ ກໍ​ຍ້ອນ​ຄວາມເຊື່ອ​ຂອງ​ເຈົ້າ​ເທົ່ານັ້ນ. ດັ່ງນັ້ນ ເຈົ້າ​ຢ່າ​ສູ່​ເປັນ​ຜູ້​ຈອງຫອງ, ແຕ່​ຈົ່ງ​ເປັນ​ຜູ້​ທີ່​ຢຳເກງ.


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ຢ່າ​ຕັ້ງ​ຜູ້​ທີ່​ເຊື່ອ​ໃໝ່​ໃຫ້​ເປັນ​ຜູ້ປົກຄອງ ຢ້ານ​ວ່າ​ຈະ​ອວດຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງຫອງ ແລ້ວ​ຈະ​ຖືກ​ໂທດ​ເໝືອນ​ຢ່າງ​ມານຮ້າຍ​ນັ້ນ.


ແຕ່​ແມ່ໝ້າຍ​ຜູ້​ທີ່​ປ່ອຍ​ຕົວ​ໄປ​ກັບ​ຄວາມ​ສະໜຸກ​ສະໜານ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ.


ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.


ແມ່ນ​ພວກ​ຄົນ​ເຫຼົ່ານີ້​ແຫຼະ ທີ່​ສ້າງ​ຄວາມ​ແຕກແຍກ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຝ່າຍ​ເນື້ອໜັງ ແລະ​ບໍ່ມີ​ພຣະວິນຍານ.


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka