2 ຕີໂມທຽວ 3:15 - ພຣະຄຳພີສັກສິ15 ທີ່ຈິງແລ້ວ ເຈົ້າໄດ້ຮູ້ພຣະຄຳພີອັນສັກສິດ ຕັ້ງແຕ່ຄາວເຈົ້າຍັງນ້ອຍພຸ້ນ ຊຶ່ງສາມາດສອນເຈົ້າໃຫ້ມີປັນຍາ ທີ່ນຳໄປເຖິງຄວາມພົ້ນ ໂດຍທາງຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ແລະ ຮູ້ວ່າຕັ້ງແຕ່ເປັນເດັກນ້ອຍມາແລ້ວ ເຈົ້າກໍໄດ້ຮູ້ພຣະຄຳພີສັກສິດ ເຊິ່ງສາມາດເຮັດໃຫ້ເຈົ້າມີປັນຍາທີ່ຈະມາເຖິງຄວາມພົ້ນໄດ້ໂດຍຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ. Uka jalj uñjjattʼäta |
ໃນຈົດໝາຍທຸກສະບັບຂອງເພິ່ນ ກໍກ່າວເຖິງເຫດການເຫຼົ່ານັ້ນໄວ້ແລ້ວ, ໃນຈົດໝາຍເຫຼົ່ານັ້ນ ມີບາງຂໍ້ທີ່ເຂົ້າໃຈຍາກ ຊຶ່ງຄົນທັງຫລາຍທີ່ຮູ້ເທົ່າບໍ່ເຖິງການ ແລະທີ່ມີໃຈບໍ່ໝັ້ນຄົງແນ່ນອນ ໄດ້ບິດເບືອນຂໍ້ຄວາມເຫຼົ່ານັ້ນເສຍ ເໝືອນຢ່າງທີ່ພວກເຂົາໄດ້ບິດເບືອນຂໍ້ອື່ນໆໃນພຣະຄຳພີ ອັນເປັນເຫດໃຫ້ຕົນເອງຈິບຫາຍໄປ.
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”