Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:10 - ພຣະຄຳພີສັກສິ

10 ບັດນີ້ ເຈົ້າ​ກໍໄດ້​ຕິດຕາມ​ເຮົາ ໃນ​ດ້ານ​ຄຳສອນ, ຄື​ດຳເນີນ​ຕາມ​ຄວາມ​ປະພຶດ, ເປົ້າໝາຍ​ຂອງ​ຊີວິດ, ຄວາມເຊື່ອ, ຄວາມ​ອົດທົນ, ຄວາມຮັກ, ຄວາມ​ໜັກແໜ້ນ​ໝັ້ນຄົງ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່​ເຖິງຢ່າງໃດ​ກໍ​ຕາມ, ເຈົ້າ​ກໍ​ຮູ້​ເຖິງ​ຄຳສອນ​ທັງໝົດ​ຂອງ​ເຮົາ, ວິຖີຊີວິດ​ຂອງ​ເຮົາ, ເປົ້າໝາຍ​ຂອງ​ເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:10
27 Jak'a apnaqawi uñst'ayäwi  

ດານີເອນ​ໄດ້​ຕັດສິນໃຈ​ວ່າ​ຈະ​ບໍ່​ໃຫ້​ຕົນເອງ​ເປັນ​ມົນທິນ ຍ້ອນ​ກິນ​ອາຫານ​ແລະ​ເຫຼົ້າ​ອະງຸ່ນ​ຈາກ​ຣາຊສຳນັກ; ດັ່ງນັ້ນ ລາວ​ຈຶ່ງ​ຂໍຮ້ອງ​ໃຫ້​ອັດຊະເປນັດ​ຊ່ວຍເຫລືອ​ຕົນ


ດັ່ງນັ້ນແຫລະ ທ່ານ​ເທໂອຟີໂລ​ທີ່​ນັບຖື ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສຶກສາ​ຢ່າງ​ຖີ່ຖ້ວນ​ຮອບຄອບ ເຖິງ​ສິ່ງ​ເຫຼົ່ານີ້​ທັງໝົດ​ແລ້ວ​ຕັ້ງແຕ່​ຕົ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ດີ​ຮຽບຮຽງ​ເລື່ອງລາວ​ຕາມ​ລຳດັບ​ເພື່ອ​ປະໂຫຍດ​ແກ່​ທ່ານ.


ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.


ພວກເຂົາ​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກ​ອັກຄະສາວົກ ເຂົ້າ​ຮ່ວມ​ໃນ​ກຸ່ມ​ສາມັກຄີທຳ ໃນ​ການ​ຫັກ​ເຂົ້າຈີ່ ແລະ​ຮ່ວມ​ໃຈ​ກັນ​ໃນ​ການ​ພາວັນນາ​ອະທິຖານ.


ເມື່ອ​ພວກເຂົາ​ມາ​ແລ້ວ ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ ຂ້າພະເຈົ້າ​ໄດ້​ປະພຶດ​ຢ່າງ​ໃດ ຕັ້ງແຕ່​ວັນ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.


“ພວກ​ຢິວ​ທຸກຄົນ​ຮູ້​ວ່າ, ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ຢ່າງ​ໃດ​ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ໜຸ່ມ​ນ້ອຍ​ພຸ້ນ, ພວກເຂົາ​ຮູ້​ວ່າ ຂ້ານ້ອຍ​ໃຊ້​ຊີວິດ​ຢ່າງ​ໃດ ຄື​ເບື້ອງຕົ້ນ​ຢູ່​ທ່າມກາງ​ຊົນຊາດ​ຂອງ​ຂ້ານ້ອຍ​ເອງ ແລະ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ເມື່ອ​ເຮົາ​ຕັ້ງໃຈ​ເຊັ່ນນີ້ ເຮົາ​ໄດ້​ປິ້ນ​ຄວາມ​ບໍ? ຫລື​ແຜນການ​ຂອງເຮົາ​ນັ້ນ ເຮັດ​ຕາມ​ແບບ​ຢ່າງ​ຊາວ​ໂລກ​ເຮັດ​ບໍ? ໂດຍ​ກ່າວ​ຄຳ​ວ່າ, “ເຈົ້າໆ” ແລະ ຄຳ​ວ່າ, “ບໍ່ໆ” ໃນ​ເວລາ​ດຽວກັນ.


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ເຮົາ​ບໍ່ມີ​ຜູ້ໃດ​ທີ່​ມີ​ນໍ້າໃຈ​ເໝືອນ​ຕີໂມທຽວ ຜູ້​ເປັນ​ຄົນ​ເອົາໃຈໃສ່​ໃນ​ຄວາມ​ສຸກທຸກ​ຂອງ​ພວກເຈົ້າ​ໂດຍ​ແທ້.


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.


ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ແຕ່​ເຈົ້າ ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ຈົ່ງ​ຫລີກ​ເວັ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ເສຍ. ຈົ່ງ​ໃຫ້​ໃຈ​ຂອງ​ເຈົ້າ​ຈົດຈໍ່​ຢູ່​ທີ່​ຄວາມ​ຊອບທຳ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມ​ໝັ່ນພຽນ ແລະ​ຄວາມ​ອ່ອນສຸພາບ.


ດັ່ງນັ້ນ ເຈົ້າ​ຈົ່ງ​ຫລີກ​ໜີ​ຈາກ​ຣາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ. ຈົ່ງ​ຕິດຕາມ​ຄວາມ​ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ​ສັນຕິສຸກ ຮ່ວມ​ກັບ​ຄົນ​ທັງປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ບໍຣິສຸດ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.


ຢ່າ​ຍອມ​ໃຫ້​ຄຳສອນ​ປອມ​ໃດໆ ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ​ໄປ. ເປັນ​ການ​ດີ​ແທ້​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການ​ເຊີດຊູ​ໃຫ້​ເຂັ້ມແຂງ​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ. ບໍ່ແມ່ນ​ດ້ວຍ​ອາຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປະໂຫຍດ​ແກ່​ຄົນ​ທີ່​ປະຕິບັດ​ຕາມ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka