Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:5 - ພຣະຄຳພີສັກສິ

5 ນັກ​ກິລາ​ທີ່​ແລ່ນ​ຊິງ​ໄຊ ຈະ​ຍາດ​ເອົາ​ລາງວັນ​ບໍ່ໄດ້ ຖ້າ​ບໍ່​ປະຕິບັດ​ຕາມ​ກົດລະບຽບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເຊັ່ນດຽວກັນ, ນັກກິລາ​ຄົນ​ໃດ​ກໍ​ຕາມ​ທີ່​ແຂ່ງຂັນ​ຈະ​ບໍ່​ໄດ້​ຮັບ​ມົງກຸດ​ແຫ່ງ​ໄຊຊະນະ​ຖ້າ​ບໍ່​ແຂ່ງຂັນ​ຕາມ​ກະຕິກາ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:5
14 Jak'a apnaqawi uñst'ayäwi  

“ຈົ່ງ​ເອົາໃຈໃສ່​ແຂ່ງຂັນ​ກັນ​ເຂົ້າ​ທາງ​ປະຕູ​ຄັບແຄບ ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ທີ່​ຈະ​ພະຍາຍາມ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.


ຄວາມຈິງ​ມີ​ບາງຄົນ​ໃນ​ພວກເຂົາ ທີ່​ປະກາດ​ເລື່ອງ​ພຣະຄຣິດ​ດ້ວຍ​ໃຈ​ອິດສາ​ແລະ​ຜິດຖຽງ​ກັນ ແຕ່​ມີ​ຄົນອື່ນ​ທີ່​ປະກາດ​ດ້ວຍ​ໃຈ​ຫວັງ​ດີ.


ເພື່ອ​ການ​ນີ້​ແຫຼະ, ເຮົາ​ຈຶ່ງ​ທົນ​ການ​ໜັກໜ່ວງ​ດ້ວຍ​ອົດສາ​ສູ້ ຕາມ​ພຣະ​ກຳລັງ​ຂອງ​ພຣະອົງ ຜູ້​ຊົງ​ໂຜດ​ກະທຳ​ດ້ວຍ​ຣິດອຳນາດ​ໃນ​ຕົວ​ເຮົາ​ຢູ່.


ໃນ​ການ​ຕໍ່ສູ້​ກັບ​ບາບ​ນັ້ນ ເຈົ້າ​ທັງຫລາຍ​ບໍ່ໄດ້​ຕໍ່ສູ້​ເຖິງ​ຂະໜາດ​ເລືອດ​ຕົກ.


ພຣະອົງ​ຊົງ​ເຮັດ​ໃຫ້​ມະນຸດ​ຕໍ່າ​ກວ່າ ເທວະດາ​ພຽງ​ໜ້ອຍ​ໜຶ່ງ​ເທົ່ານັ້ນ ຊົງ​ເອົາ​ສະຫງ່າຣາສີ ແລະ​ກຽດຕິຍົດ​ເປັນ​ມົງກຸດ​ໃຫ້


ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ແລະ​ເມື່ອ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຈະ​ສະເດັດ​ມາ​ປາກົດ ພວກເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ອັນ​ຊົງ​ສະຫງ່າຣາສີ​ທີ່​ບໍ່ມີ​ວັນ​ເສົ້າໝອງ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,


ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka