Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:4 - ພຣະຄຳພີສັກສິ

4 ບໍ່ມີ​ທະຫານ​ຄົນ​ໃດ​ເມື່ອ​ເຂົ້າ​ປະຈຳການ​ແລ້ວ ຈະ​ຫຍຸ້ງກ່ຽວ​ກັບ​ການ​ງານ​ຝ່າຍ​ພົນລະເຮືອນ. ດ້ວຍວ່າ, ເຂົາ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ເກນ​ຕົນ​ໄດ້​ຮັບ​ຄວາມ​ພໍໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:4
11 Jak'a apnaqawi uñst'ayäwi  

ເມັດ​ທີ່​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ພວກເຂົາ​ປ່ອຍ​ໃຫ້​ຄວາມ​ກັງວົນ​ນຳ​ຊັບສົມບັດ ຕະຫລອດ​ທັງ​ຄວາມ​ສະໜຸກ​ຂອງ​ຊີວິດ​ນີ້ ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ແລະ​ຜົນ​ຂອງ​ພວກເຂົາ​ກໍ​ບໍ່​ສຸກ​ຈັກເທື່ອ.


ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ຫລື​ບໍ່​ຢູ່​ກໍຕາມ ພວກເຮົາ​ໄດ້​ຕັ້ງ​ເປົ້າໝາຍ​ເພື່ອ​ເຮັດ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະອົງ.


ເພື່ອ​ເສລີພາບ​ນັ້ນ​ແຫຼະ ພຣະຄຣິດ​ຈຶ່ງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ. ສະນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ​ຢ່າ​ຍອມ​ປ່ອຍຕົວ​ເອງ​ໃຫ້​ຕົກ​ເປັນ​ຂ້ອຍຂ້າ​ອີກ.


ແຕ່​ຕາມ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ລອງເບິ່ງ​ໃຈ​ຂອງເຮົາ ຈຶ່ງ​ຊົງ​ເຫັນຊອບ​ທີ່​ຈະ​ມອບ​ຂ່າວປະເສີດ​ໄວ້​ກັບ​ເຮົາ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ຢູ່ ບໍ່ແມ່ນ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພໍພຣະໄທ​ພຣະເຈົ້າ ຜູ້​ຊົງ​ທົດສອບ​ເບິ່ງ​ໃຈ​ຂອງ​ເຮົາ​ທັງຫລາຍ.


ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.


ເພາະວ່າ ຖ້າ​ຫລັງຈາກ​ທີ່​ພວກເຂົາ​ພົ້ນ​ແລ້ວ ຈາກ​ກິເລດ​ຕັນຫາ​ຂອງ​ໂລກນີ້. ດ້ວຍ​ການ​ທີ່​ພວກເຂົາ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ, ພວກເຂົາ​ກັບ​ໄປ​ພົວພັນ ແລະ​ຖືກ​ພ່າຍແພ້​ແກ່​ຄົນຊົ່ວຮ້າຍ​ນັ້ນ​ອີກ. ສະພາບ​ບັ້ນປາຍ​ຂອງ​ພວກເຂົາ ກໍ​ກັບ​ຊົ່ວຮ້າຍ​ກວ່າ​ບັ້ນຕົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka