2 ຕີໂມທຽວ 2:25 - ພຣະຄຳພີສັກສິ25 ແກ້ໄຂຄວາມຄິດເຫັນຝ່າຍກົງກັນຂ້າມ ດ້ວຍຄວາມສຸພາບອ່ອນໂຍນ ເພາະພຣະເຈົ້າຈະຊົງໂຜດໃຫ້ພວກເຂົາກັບໃຈໃໝ່ ແລະພາໄປສູ່ການຮູ້ຈັກເຖິງຄວາມຈິງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່25 ບັນດາຜູ້ທີ່ຕໍ່ຕ້ານຈະຕ້ອງໄດ້ຮັບການແນະນຳຢ່າງສຸພາບ, ໂດຍຫວັງວ່າພຣະເຈົ້າຈະໃຫ້ພວກເຂົາກັບໃຈໃໝ່ ເພື່ອຈະນຳພາພວກເຂົາໃຫ້ຮູ້ຈັກຄວາມຈິງ Uka jalj uñjjattʼäta |
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.
ເມື່ອອັກຄະສາວົກໄດ້ຍິນດັ່ງນັ້ນແລ້ວ ພໍຮຸ່ງເຊົ້າກໍເຂົ້າໄປໃນພຣະວິຫານ ແລະຕັ້ງຕົ້ນສັ່ງສອນ. ມະຫາປະໂຣຫິດກັບພັກພວກຂອງຕົນ ໄດ້ເອີ້ນເຖົ້າແກ່ຊາວຢິວທຸກຄົນມາ ສຳລັບປະຊຸມສະພາສູງສຸດຄົບຄະນະ, ແລ້ວພວກເຂົາກໍສັ່ງເຈົ້າໜ້າທີ່ໃຫ້ໄປທີ່ຄຸກ ເພື່ອນຳເອົາພວກອັກຄະສາວົກອອກມາປາກົດຕົວຕໍ່ໜ້າພວກເຂົາ.
ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ ຜູ້ນັ້ນຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າ ແລ້ວພຣະອົງຈະຊົງໂຜດປະທານຊີວິດໃຫ້ແກ່ຜູ້ທີ່ເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍນັ້ນ, ແຕ່ຜິດບາບທີ່ນຳໄປສູ່ຄວາມຕາຍກໍມີຢູ່ ເຮົາບໍ່ໄດ້ເວົ້າວ່າໃຫ້ພາວັນນາອະທິຖານໃນເລື່ອງຜິດບາບຢ່າງນັ້ນ.