2 ຕີໂມທຽວ 2:24 - ພຣະຄຳພີສັກສິ24 ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຕ້ອງບໍ່ເປັນຄົນວິວາດຜິດຖຽງກັນ, ແຕ່ຕ້ອງມີໃຈເມດຕາແກ່ທຸກຄົນ ເປັນຄູທີ່ເໝາະສົມ ແລະມີໃຈພຽນອົດທົນ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່24 ຝ່າຍຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າຈະຕ້ອງບໍ່ຜິດຖຽງກັນ ແຕ່ຕ້ອງເມດຕາຕໍ່ທຸກຄົນ, ສາມາດສອນຄົນອື່ນໄດ້, ບໍ່ເປັນຄົນໃຈຮ້າຍງ່າຍ. Uka jalj uñjjattʼäta |
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.