Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:23 - ພຣະຄຳພີສັກສິ

23 ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ແລະ​ອັບ​ປັນຍາ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ການ​ກະທຳ​ຢ່າງ​ນັ້ນ​ນຳ​ໄປ​ສູ່​ການ​ວິວາດ​ຜິດຖຽງ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ຢ່າ​ເຂົ້າຮ່ວມ​ກັບ​ການໂຕ້ຖຽງ​ອັນ​ໂງ່ຈ້າ ແລະ ໄຮ້ສາລະ​ຕ່າງໆ ເພາະ​ເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ເຫລົ່ານີ້​ກໍ່​ໃຫ້​ເກີດ​ການຜິດຖຽງກັນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:23
7 Jak'a apnaqawi uñst'ayäwi  

ຈົ່ງ​ບອກ​ພວກເຂົາ​ໃຫ້​ເລີກ​ສົນໃຈ​ເລື່ອງ​ນິຍາຍ​ຕ່າງໆ ແລະ​ເລື່ອງ​ເຊື້ອສາຍ​ອັນ​ບໍ່​ຮູ້​ສິ້ນສຸດ​ຂອງ​ບັນພະບຸລຸດ​ນັ້ນ​ເສຍ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ໂຕ້ຖຽງ​ກັນ​ເທົ່ານັ້ນ ແທນທີ່​ຈະ​ເປັນ​ໄປ​ຕາມ​ແຜນການ​ຂອງ​ພຣະເຈົ້າ ອັນ​ກ່ຽວກັບ​ຄວາມເຊື່ອ.


ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ນິຍາຍ​ອັນ​ໂງ່ງ່າວ​ຕ່າງໆ ຊຶ່ງ​ຂັດ​ກັບ​ຄວາມເຊື່ອ ຈົ່ງ​ຝຶກຝົນ​ຕົນເອງ​ໃຫ້​ດຳເນີນ​ຊີວິດ​ໃນ​ຄວາມ​ຢຳເກງ​ພຣະເຈົ້າ.


ຈົ່ງ​ບອກ​ຄົນ​ຂອງ​ເຈົ້າ ໃຫ້​ຈົດຈຳ​ໃນ​ເລື່ອງ​ນີ້ ແລະ​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ບໍ່​ໃຫ້​ຜິດຖຽງ​ກັນ​ເຖິງ​ຖ້ອຍຄຳ​ຕ່າງໆ ການ​ກະທຳ​ເຊັ່ນ​ນີ້ ບໍ່​ເປັນ​ສິ່ງ​ທີ່​ດີ ມີ​ແຕ່​ເຮັດ​ໃຫ້​ຜູ້​ຟັງ​ຈິບຫາຍ​ໄປ.


ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ສົນທະນາ​ອັນ​ໂງ່ງ່າວ ແລະ​ຂັດ​ກັບ​ຄວາມເຊື່ອ ຊຶ່ງ​ເປັນ​ການ​ຊັກນຳ​ຜູ້​ຟັງ​ໃຫ້​ຫ່າງ​ຈາກ​ພຣະເຈົ້າ​ຫລາຍ​ຂຶ້ນ​ເທົ່ານັ້ນ.


ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ, ເລື່ອງ​ລຳດັບ​ເຊື້ອວົງ​ອັນ​ຍືດຍາວ​ຂອງ​ບັນພະບຸລຸດ, ການ​ຜິດຖຽງ​ກັນ ແລະ​ການ​ຕໍ່ສູ້​ກັນ​ເຖິງ​ເລື່ອງ​ກົດບັນຍັດ, ສິ່ງ​ເຫຼົ່ານັ້ນ​ເປັນ​ການ​ໄຮ້​ປະໂຫຍດ​ແລະ​ບໍ່ມີ​ຄຸນຄ່າ.


ອັນ​ໃດ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຕໍ່ສູ້ ແລະ​ຜິດຖຽງ​ກັນ? ກໍ​ແມ່ນ​ກິເລດ​ຕັນຫາ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມີ​ການ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka