2 ຕີໂມທຽວ 2:22 - ພຣະຄຳພີສັກສິ22 ດັ່ງນັ້ນ ເຈົ້າຈົ່ງຫລີກໜີຈາກຣາຄະຕັນຫາຂອງຄົນໜຸ່ມ. ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່22 ຈົ່ງໜີຈາກລາຄະຕັນຫາຂອງຄົນໜຸ່ມ ແລະ ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກຮ່ວມກັບບັນດາຜູ້ທີ່ຮ້ອງຫາອົງພຣະຜູ້ເປັນເຈົ້າດ້ວຍໃຈບໍລິສຸດ. Uka jalj uñjjattʼäta |
ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ ຜູ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າທຸກຄົນ ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນດ້ວຍກັນໃນພຣະຄຣິດເຈົ້າເຢຊູ ກັບຄົນທັງຫລາຍໃນທຸກແຫ່ງຫົນ ທີ່ຮ້ອງອອກພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຄືອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະຂອງພວກເຮົາດ້ວຍ.