Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:21 - ພຣະຄຳພີສັກສິ

21 ເຫດສະນັ້ນ ຖ້າ​ຜູ້ໃດ​ຊຳລະ​ຕົວ​ໃຫ້​ພົ້ນ​ຈາກ​ສິ່ງ​ຊົ່ວ​ເຫຼົ່ານັ້ນ ກໍ​ຈະ​ເປັນ​ເໝືອນ​ພາຊະນະ​ອັນ​ມີ​ກຽດ ທີ່​ໄດ້​ຕັ້ງ​ໄວ້​ຕ່າງຫາກ ຊຶ່ງ​ເປັນ​ປະໂຫຍດ​ແກ່​ເຈົ້າ​ຂອງ​ເຮືອນ ທີ່​ຈັດ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ດີ​ທຸກຢ່າງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ບັນດາ​ຜູ້​ທີ່​ຊຳລະ​ຕົນເອງ​ໃຫ້​ພົ້ນ​ຈາກ​ສິ່ງ​ໄຮ້ຄ່າ ກໍ​ຈະ​ເປັນ​ພາຊະນະ​ທີ່​ມີ​ກຽດ, ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ, ໃຊ້​ງານ​ໄດ້​ສຳລັບ​ອົງ​ເຈົ້ານາຍ ແລະ ຖືກ​ຈັດ​ໄວ້​ພ້ອມ​ເພື່ອ​ຈະ​ເຮັດ​ການ​ດີ​ທຸກຢ່າງ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:21
21 Jak'a apnaqawi uñst'ayäwi  

ຄົນ​ໜຸ່ມສາວ​ຮັກສາ​ຊີວິດ​ໃຫ້​ບໍຣິສຸດ​ໄດ້​ຢ່າງໃດ? ກໍ​ໂດຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.


ເຮົາ​ຈະ​ດຳເນີນ​ການ​ຕໍ່ສູ້​ພວກເຈົ້າ. ເຮົາ​ຈະ​ຊຳລະ​ພວກເຈົ້າ​ໃຫ້​ບໍຣິສຸດ​ຕາມ​ວິທີ​ຫລອມ​ໂລຫະ ຄື​ຈະ​ຂູດ​ຂີ້ໝ້ຽງ​ອອກ​ໃຫ້​ໝົດ.


ທຸກຄົນ​ທີ່​ແບກຫາບ​ເຄື່ອງໃຊ້​ຂອງ​ພຣະເຈົ້າຢາເວ ຈົ່ງ​ອອກ​ໄປ​ໄວໆ ຈາກ​ນະຄອນ​ບາບີໂລນ​ເຖີດ ຢ່າ​ແຕະຕ້ອງ​ສິ່ງ​ຫວງຫ້າມ​ໃດໆ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ ແລະ​ອອກ​ໜີໄປ​ເຖີດ


ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ພຣະອົງ​ຈະ​ມາ​ຕັດສິນ​ເໝືອນ​ດັ່ງ​ຄົນ​ທີ່​ຫລອມ​ເງິນ ແລະ​ຊຳລະ​ມັນ​ໃຫ້​ບໍຣິສຸດ. ຊ່າງ​ໂລຫະ​ຫລອມ​ເງິນ​ແລະ​ຄຳ​ສັນໃດ ຜູ້​ແຈ້ງຂ່າວ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ຊຳລະ​ບັນດາ​ປະໂຣຫິດ​ໃຫ້​ບໍຣິສຸດ​ສັນນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນຳ​ເຄື່ອງ​ບູຊາ​ຊະນິດ​ທີ່​ຖືກຕ້ອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ອານາເນຍ​ວ່າ, “ເຈົ້າ​ຈົ່ງ​ໄປ​ເທາະ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້ ໃຫ້​ຮັບໃຊ້​ເຮົາ ເພື່ອ​ລາວ​ຈະ​ນຳ​ເອົາ​ນາມຊື່​ຂອງເຮົາ​ໄປ​ຕໍ່ໜ້າ​ຄົນຕ່າງຊາດ, ບັນດາ​ກະສັດ ແລະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.


ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.


ແລະ​ພຣະເຈົ້າ​ຊົງຣິດ​ສາມາດ​ປະທານ​ພຣະຄຸນ​ອັນ​ອຸດົມ​ທຸກຢ່າງ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ໃຫ້​ພວກເຈົ້າ​ມີ​ທຸກສິ່ງ​ທຸກຢ່າງ​ພຽງພໍ​ສຳລັບ​ຕົວ​ຢູ່​ສະເໝີ ທັງ​ຈະ​ມີ​ສິ່ງ​ຂອງ​ບໍຣິບູນ​ສຳລັບ​ການງານ​ດີ​ທຸກຢ່າງ​ດ້ວຍ.


ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ແຕ່​ເຈົ້າ ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ຈົ່ງ​ຫລີກ​ເວັ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ເສຍ. ຈົ່ງ​ໃຫ້​ໃຈ​ຂອງ​ເຈົ້າ​ຈົດຈໍ່​ຢູ່​ທີ່​ຄວາມ​ຊອບທຳ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມ​ໝັ່ນພຽນ ແລະ​ຄວາມ​ອ່ອນສຸພາບ.


ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ສົນທະນາ​ອັນ​ໂງ່ງ່າວ ແລະ​ຂັດ​ກັບ​ຄວາມເຊື່ອ ຊຶ່ງ​ເປັນ​ການ​ຊັກນຳ​ຜູ້​ຟັງ​ໃຫ້​ຫ່າງ​ຈາກ​ພຣະເຈົ້າ​ຫລາຍ​ຂຶ້ນ​ເທົ່ານັ້ນ.


ໃນ​ເຮືອນ​ໃຫຍ່​ຫລັງ​ໃດ ບໍ່ແມ່ນ​ມີ​ແຕ່​ພາຊະນະ​ເງິນ​ແລະ​ຄຳ​ເທົ່ານັ້ນ ແຕ່​ມີ​ພາຊະນະ​ໄມ້​ແລະ​ດິນ​ດ້ວຍ ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ເປັນ​ກຽດ ແລະ​ບາງ​ຢ່າງ​ກໍ​ໃຊ້​ການ​ທຳມະດາ.


ເພື່ອ​ຄົນ​ຂອງ​ພຣະເຈົ້າ​ຈະ​ບັນລຸ​ຜົນ​ສຳເລັດ ແລະ​ຈັດຕຽມ​ໄວ້​ພ້ອມ​ສຳລັບ​ການ​ດີ​ທຸກຢ່າງ.


ມີ​ແຕ່​ລູກາ​ເທົ່ານັ້ນ ທີ່​ຢູ່​ກັບ​ເຮົາ ຈົ່ງ​ເອົາ​ມາຣະໂກ​ມາ​ນຳ​ເຈົ້າ​ດ້ວຍ ເພາະວ່າ​ເພິ່ນ​ຊ່ວຍ​ເຮົາ​ຫລາຍ​ໃນ​ພາລະກິດ​ການ​ຮັບໃຊ້.


ຈົ່ງ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ຢູ່​ໃຕ້​ບັງຄັບ​ຜູ້ປົກຄອງ ແລະ​ຜູ້​ມີ​ອຳນາດ ຄື​ໃຫ້​ນ້ອມຟັງ​ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກຢ່າງ.


ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ໃຫ້​ຮຽນຮູ້​ທີ່​ຈະ​ເຮັດ​ການ​ດີ​ເໝືອນກັນ ເພື່ອ​ຈະ​ເປັນ​ປະໂຫຍດ​ເມື່ອ​ເຖິງ​ຄາວ​ຈຳເປັນ ແລະ​ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ຄົນ​ທີ່​ບໍ່​ເກີດຜົນ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.


ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka