2 ຕີໂມທຽວ 2:20 - ພຣະຄຳພີສັກສິ20 ໃນເຮືອນໃຫຍ່ຫລັງໃດ ບໍ່ແມ່ນມີແຕ່ພາຊະນະເງິນແລະຄຳເທົ່ານັ້ນ ແຕ່ມີພາຊະນະໄມ້ແລະດິນດ້ວຍ ບາງຢ່າງກໍໃຊ້ເພື່ອເປັນກຽດ ແລະບາງຢ່າງກໍໃຊ້ການທຳມະດາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່20 ໃນເຮືອນຫລັງໃຫຍ່ບໍ່ແມ່ນມີແຕ່ພາຊະນະຄຳ ແລະ ເງິນເທົ່ານັ້ນ, ແຕ່ມີພາຊະນະໄມ້ ແລະ ພາຊະນະດິນດ້ວຍ, ບາງຢ່າງກໍໃຊ້ເພື່ອຈຸດປະສົງພິເສດ, ບາງຢ່າງກໍໃຊ້ເພື່ອໃຊ້ທົ່ວໄປ. Uka jalj uñjjattʼäta |
ໃນຂະນະທີ່ພວກເຂົາກຳລັງດື່ມເຫຼົ້າອະງຸ່ນຢູ່ນັ້ນ ເຈົ້າເບັນຊັດຊາເຣກໍສັ່ງໃຫ້ຄົນເອົາຈອກ ແລະຖ້ວຍທີ່ເຮັດດ້ວຍເງິນ ແລະດ້ວຍຄຳມາໃຫ້; ແມ່ນສິ່ງເຫຼົ່ານີ້ ທີ່ເຈົ້າເນບູກາດເນັດຊາຜູ້ເປັນບິດາ ໄດ້ເອົາມາຈາກພຣະວິຫານໃນນະຄອນເຢຣູຊາເລັມ. ກະສັດໄດ້ໃຫ້ຄົນໄປເອົາຈອກ ແລະຖ້ວຍເຫຼົ່ານັ້ນມາ ກໍເພື່ອວ່າເພິ່ນເອງພ້ອມທັງພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍ ຈະໃຊ້ພາຊະນະເຫຼົ່ານີ້ດື່ມເຫຼົ້າອະງຸ່ນ.