Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:18 - ພຣະຄຳພີສັກສິ

18 ຄົນ​ທັງສອງ​ນັ້ນ​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ ໂດຍ​ກ່າວ​ວ່າ ການ​ຄືນ​ຈາກ​ຄວາມ​ຕາຍ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ພວກເຂົາ​ກຳລັງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ບາງຄົນ​ລົ້ມ​ລະລາຍ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:18
16 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາເຈົ້າ​ຂອງເຮົາ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່ໄດ້​ປູກ​ໄວ້​ກໍ​ຈະ​ຖືກ​ຫລົກ​ຖິ້ມ.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ຫລົງ​ຜິດ​ແລ້ວ ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ.


ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.


ແຕ່​ຖ້າ​ສິ່ງ​ນັ້ນ​ມາ​ຈາກ​ພຣະເຈົ້າ ພວກເຈົ້າ​ກໍ​ຈະ​ທຳລາຍ​ພວກເຂົາ​ບໍ່ໄດ້ ພວກເຈົ້າ​ຈະ​ກັບ​ກາຍ​ມາ​ເປັນ​ຜູ້​ຕໍ່ສູ້​ພຣະເຈົ້າ.” ແລ້ວ​ພວກເຂົາ​ກໍ​ຍອມ​ຟັງ​ຄວາມ​ຂອງ​ຄາມາລິເອັນ.


ເພາະ​ຈຳເປັນ​ຕ້ອງ​ມີ​ການ​ຂັດແຍ້ງ​ກັນ​ຢູ່​ແດ່ ໃນ​ທ່າມກາງ​ພວກເຈົ້າ ເພື່ອ​ພວກ​ຝ່າຍ​ຖືກ​ໃນ​ພວກເຈົ້າ​ນັ້ນ​ຈະ​ໄດ້​ປາກົດ​ແຈ້ງ​ຂຶ້ນ.


ບັດນີ້ ໃນ​ເມື່ອ​ມີ​ການ​ປະກາດ​ທົ່ວ​ໄປ​ວ່າ, ພຣະຄຣິດ​ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ, ດ້ວຍເຫດໃດ​ບາງຄົນ​ໃນ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ບໍ່ມີ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ?


ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ.


ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.


ເພາະວ່າ​ການ​ຮັກ​ເງິນຄຳ​ເປັນ​ເຄົ້າມູນ​ຂອງ​ຄວາມຊົ່ວ​ທຸກຢ່າງ ແລະ​ເພາະ​ຄວາມ​ໂລບ​ນີ້​ແຫຼະ ຈຶ່ງ​ຊັກຈູງ​ບາງຄົນ​ໃຫ້​ຫລົງ​ໄປ​ຈາກ​ຄວາມເຊື່ອ ແລະ​ແທງ​ຕົວ​ເອງ​ຈົນ​ຊອດ ດ້ວຍ​ຄວາມ​ເຈັບແສບ​ຫລາຍ​ປະການ.


ຊຶ່ງ​ບາງຄົນ​ໄດ້​ຍອມ​ຮັບ​ເອົາ​ແລ້ວ ຈຶ່ງ​ໄດ້​ຫລົງ​ໄປ​ຈາກ​ຄວາມເຊື່ອ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.


ຈົ່ງ​ບອກ​ຄົນ​ຂອງ​ເຈົ້າ ໃຫ້​ຈົດຈຳ​ໃນ​ເລື່ອງ​ນີ້ ແລະ​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ບໍ່​ໃຫ້​ຜິດຖຽງ​ກັນ​ເຖິງ​ຖ້ອຍຄຳ​ຕ່າງໆ ການ​ກະທຳ​ເຊັ່ນ​ນີ້ ບໍ່​ເປັນ​ສິ່ງ​ທີ່​ດີ ມີ​ແຕ່​ເຮັດ​ໃຫ້​ຜູ້​ຟັງ​ຈິບຫາຍ​ໄປ.


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ເພາະສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ກັບ​ຄົນ​ສະໄໝ​ນັ້ນ ແລະ​ເວົ້າ​ວ່າ, ‘ໃຈ​ຂອງ​ພວກເຂົາ​ມັກ​ຫລົງຜິດ​ຢູ່​ສະເໝີ ແລະ​ພວກເຂົາ​ບໍ່​ຮູ້ຈັກ​ຫົນທາງ​ຂອງເຮົາ.’


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ ຫລົງ​ຜິດ​ໄປ​ຈາກ​ຄວາມຈິງ ຖ້າ​ຜູ້ໃດ​ເຮັດ​ໃຫ້​ຄົນ​ນັ້ນ​ຕ່າວຄືນ​ມາ​ອີກ,


ພວກເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ບໍ່ແມ່ນ​ຝ່າຍ​ພວກເຮົາ. ເພາະວ່າ ຖ້າ​ພວກເຂົາ​ແມ່ນ​ຝ່າຍ​ພວກເຮົາ ພວກເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ, (ແຕ່​ພວກເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາກົດ​ແຈ້ງ​ວ່າ ເຂົາ​ເຫຼົ່ານັ້ນ​ບໍ່ແມ່ນ​ຝ່າຍ​ພວກເຮົາ​ຈັກ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka