2 ຕີໂມທຽວ 2:15 - ພຣະຄຳພີສັກສິ15 ຈົ່ງອົດສາພະຍາຍາມສະແດງຕົນ ເໝືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ຕ້ອງອາຍ ແລະໃຊ້ພຣະທຳແຫ່ງຄວາມຈິງຢ່າງຖືກຕ້ອງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ຈົ່ງພະຍາຍາມຢ່າງສຸດກຳລັງເພື່ອສະແດງຕົນຕໍ່ພຣະເຈົ້າເໝືອນດັ່ງເປັນຜູ້ໜຶ່ງທີ່ໄດ້ຮັບຮອງໄວ້ແລ້ວ, ເປັນຄົນງານທີ່ບໍ່ຕ້ອງອັບອາຍ ແລະ ໃຊ້ຖ້ອຍຄຳແຫ່ງຄວາມຈິງຢ່າງຖືກຕ້ອງ. Uka jalj uñjjattʼäta |
“ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫຼົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ.
ຢ່າມອບອະໄວຍະວະຂອງພວກເຈົ້າໃຫ້ແກ່ການບາບອີກຕໍ່ໄປ ເພື່ອໃຫ້ເປັນເຄື່ອງມືຮັບໃຊ້ໃນການຊົ່ວຮ້າຍ, ແຕ່ຈົ່ງມອບຕົວຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເໝືອນກັບບຸກຄົນທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ແລະຈົ່ງມອບອະໄວຍະວະທຸກພາກສ່ວນຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເພື່ອເປັນເຄື່ອງໃຊ້ໃນການຊອບທຳຕໍ່ໄປ.