Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:12 - ພຣະຄຳພີສັກສິ

12 ຖ້າ​ພວກເຮົາ​ອົດທົນ​ເອົາ ພວກເຮົາ​ກໍ​ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:12
29 Jak'a apnaqawi uñst'ayäwi  

ຖ້າ​ຂ້ານ້ອຍ​ມີຫລາຍ​ເກີນໄປ ຂ້ານ້ອຍ​ອາດ​ເວົ້າ​ວ່າ​ຂ້ານ້ອຍ​ບໍ່​ຕ້ອງການ​ພຣະເຈົ້າຢາເວ​ກໍໄດ້, ແຕ່​ຖ້າ​ຂ້ານ້ອຍ​ທຸກໂພດ ຂ້ານ້ອຍ​ອາດ​ເປັນ​ຄົນ​ຂີ້ລັກ​ແລະ​ກະບົດ ຊຶ່ງ​ຈະ​ນຳ​ຄວາມ​ເສຍຫາຍ​ມາ​ສູ່​ພຣະນາມ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ແຕ່​ຖ້າ​ຜູ້ໃດ​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ເຮົາ​ກໍ​ຈະ​ປະຕິເສດ​ຜູ້​ນັ້ນ​ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ​ໃນ​ສະຫວັນ​ເໝືອນກັນ.”


ເປໂຕ​ກ່າວ​ຕໍ່​ພຣະອົງ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ປະຕິເສດ​ທ່ານ​ຈັກເທື່ອ ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ.” ຝ່າຍ​ພວກ​ສາວົກ​ທຸກຄົນ​ກໍ​ເວົ້າ​ເໝືອນກັນ.


ແລະ​ເປໂຕ​ກໍ​ສຳນຶກ​ໄດ້​ເຖິງ​ຄຳເວົ້າ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.” ແລ້ວ​ລາວ​ກໍ​ອອກ​ໄປ​ຂ້າງ​ນອກ ແລະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ໃນ​ຈິດໃຈ.


ພຣະອົງ​ບອກ​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້ ໃນ​ກຳມື​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ພວກ​ເຫຼົ່ານີ້​ຈະ​ຕັດສິນ​ລົງໂທດ​ເພິ່ນ​ໃຫ້​ເຖິງ​ຕາຍ ແລະ​ຈະ​ມອບ​ເພິ່ນ​ໄວ້​ກັບ​ຄົນ​ຕ່າງຊາດ.


ຖ້າ​ຜູ້ໃດ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ເຮົາ ແລະ​ໃນ​ເລື່ອງ​ຖ້ອຍຄຳ​ຂອງເຮົາ​ໃນ​ທ່າມກາງ​ຊົນຊາດ​ນີ້ ແລະ​ໃນ​ທ່າມກາງ​ຄົນ​ທີ່​ຫຼີ້ນຊູ້ ແລະ​ຄົນ​ທີ່​ມີ​ບາບກຳ ບຸດ​ມະນຸດ​ກໍ​ຈະ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ ແລະ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ບໍຣິສຸດ.”


ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້ນັ້ນ​ກໍ​ຈະ​ຖືກ​ປະຕິເສດ ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.”


ພຣະບິດາເຈົ້າ​ໄດ້​ຊົງ​ຈັດແຈງ​ແຜ່ນດິນ​ໃຫ້​ເຮົາ​ຢ່າງ​ໃດ ເຮົາ​ກໍ​ຈະ​ຈັດແຈງ​ແຜ່ນດິນ​ໜຶ່ງ​ໃຫ້​ພວກເຈົ້າ​ເໝືອນກັນ​ຢ່າງ​ນັ້ນ.


ເພື່ອ​ພວກເຈົ້າ​ຈະ​ກິນ​ແລະ​ດື່ມ​ທີ່​ໂຕະ​ຂອງເຮົາ ໃນ​ອານາຈັກ​ຂອງເຮົາ ແລະ​ເພື່ອ​ພວກເຈົ້າ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ ເພື່ອ​ພິພາກສາ​ຕັດສິນ​ຊາດ​ອິດສະຣາເອນ​ທັງ​ສິບສອງ​ເຜົ່າ​ນັ້ນ.”


ສະນັ້ນ ຖ້າ​ຜູ້ໃດ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ເຮົາ ແລະ​ໃນ​ເລື່ອງ​ຖ້ອຍຄຳ​ຂອງເຮົາ ບຸດ​ມະນຸດ​ກໍ​ຈະ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ຂອງ​ຜູ້ນັ້ນ ເມື່ອ​ເຮົາ​ມາ​ປາກົດ​ໃນ​ສະຫງ່າຣາສີ​ຂອງເຮົາ ກັບ​ໃນ​ສະຫງ່າຣາສີ​ຂອງ​ພຣະບິດາເຈົ້າ ແລະ​ຂອງ​ພວກ​ເທວະດາ​ບໍຣິສຸດ.


ທ່ານ​ທັງສອງ​ໄດ້​ໜູນໃຈ​ລູກສິດ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ກ່າວ​ວ່າ, “ເຮົາ​ທັງຫລາຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທຸກ​ລຳບາກ​ຫລາຍ​ປະການ ເພື່ອ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າ.”


ຖ້າ​ຫາກ​ວ່າ​ໂດຍ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ໄດ້​ຄອບງຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ອີກ ຄົນ​ຈຳນວນ​ຫລາຍ​ທີ່​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ​ຮັບ​ຂອງ​ປະທານ​ຄື​ຄວາມ​ຊອບທຳ ກໍ​ຈະ​ດຳລົງ​ຊີວິດ​ແລະ​ຄອບຄອງ​ໂດຍ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ.


ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.


ຢ່າ​ຍອມ​ໃຫ້​ຜູ້​ຂັດຂວາງ​ເຮັດ​ໃຫ້​ພວກເຈົ້າ​ຢ້ານກົວ ຈົ່ງ​ກ້າຫານ​ຢູ່​ສະເໝີ ເພື່ອ​ພິສູດ​ໃຫ້​ພວກເຂົາ​ເຫັນ​ວ່າ ພວກເຂົາ​ຈະ​ເຖິງ​ຄວາມ​ຈິບຫາຍ ແລະ​ພວກເຈົ້າ​ຈະ​ເຖິງ​ຄວາມ​ພົ້ນ ສິ່ງ​ເຫຼົ່າ​ນີ້ ແມ່ນ​ພຣະເຈົ້າ​ທີ່​ຊົງ​ກະທຳ.


ແຕ່​ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ພີ່ນ້ອງ​ຂອງຕົນ​ແລ້ວ ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສຍ​ອີກ.


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


ແລະ​ພຣະອົງ​ໄດ້​ຊົງ​ຕັ້ງ​ເຮົາ​ທັງຫລາຍ ໄວ້​ໃຫ້​ເປັນ​ອານາຈັກ​ແລະ​ເປັນ​ປະໂຣຫິດ​ຂອງ​ພຣະອົງ ພຣະກຽດ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.


ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


ເຮົາ​ຮູ້ຈັກ​ທີ່​ຢູ່​ຂອງ​ເຈົ້າ ຮູ້​ວ່າ​ທີ່​ນັ້ນ​ເປັນ​ບັນລັງ​ຂອງ​ມານຊາຕານ. ເຈົ້າ​ຍັງ​ຢຶດຖື​ນາມ​ຂອງເຮົາ​ໄວ້​ໝັ້ນ ແລະ​ບໍ່ໄດ້​ປະຕິເສດ​ຄວາມເຊື່ອ​ໃນ​ເຮົາ ແມ່ນ​ວ່າ​ໃນ​ເວລາ​ທີ່​ອັນຕິປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງເຮົາ ໄດ້​ຖືກ​ຂ້າ​ເສຍ​ໃນ​ທ່າມກາງ​ພວກເຈົ້າ ໃນ​ບ່ອນ​ທີ່​ມານຊາຕານ​ຢູ່​ກໍຕາມ,


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. (


ຜູ້ໃດ​ທີ່​ມີ​ສ່ວນ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ຄັ້ງ​ທຳອິດ ຜູ້ນັ້ນ​ກໍ​ເປັນ​ສຸກ​ແລະ​ບໍຣິສຸດ. ຄວາມ​ຕາຍ​ຄັ້ງ​ທີ​ສອງ ຈະ​ບໍ່ມີ​ອຳນາດ​ເໜືອ​ຄົນ​ເຫຼົ່ານັ້ນ ແຕ່​ພວກເຂົາ​ຈະ​ໄດ້​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະຄຣິດ ທັງ​ຈະ​ຄຸ້ມຄອງ​ຮ່ວມ​ກັບ​ພຣະອົງ​ໃນ​ລະຫວ່າງ​ພັນ​ປີ.


ເພາະ​ເຈົ້າ​ໄດ້​ຖື​ຮັກສາ​ຄຳສັ່ງ​ຂອງເຮົາ ທີ່​ໃຫ້​ມີ​ຄວາມ​ອົດທົນ​ຢ່າງ​ພາກພຽນ, ຝ່າຍ​ເຮົາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄາວ​ຍາກ​ລຳບາກ ທີ່​ຈະ​ມີ​ເທິງ​ແຜ່ນດິນ​ໂລກ​ນີ້ ເພື່ອ​ຈະ​ທົດລອງ​ໃຈ​ຄົນ​ທັງປວງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເບິ່ງແມ! ເຮົາ​ໄດ້​ໃຫ້​ປະຕູ​ໄຂ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ຊຶ່ງ​ບໍ່ມີ​ຜູ້ໃດ​ອັດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ ແຕ່​ກໍ​ຍັງ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່ໄດ້​ປະຕິເສດ​ນາມ​ຂອງເຮົາ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພວກເຂົາ​ເຫຼົ່ານັ້ນ ຈະ​ໄດ້​ປົກຄອງ​ເທິງ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka