Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:11 - ພຣະຄຳພີສັກສິ

11 ຄຳ​ນີ້​ເປັນ​ຄວາມຈິງ ຄື: “ຖ້າ​ພວກເຮົາ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ກັບ​ພຣະອົງ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ພວກເຮົາ​ຕາຍ​ດ້ວຍກັນ​ກັບ​ພຣະອົງ, ພວກເຮົາ​ກໍ​ຈະ​ມີຊີວິດ​ດ້ວຍກັນ​ກັບ​ພຣະອົງ​ເໝືອນກັນ,

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:11
12 Jak'a apnaqawi uñst'ayäwi  

ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີ​ຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ເໝືອນກັນ.


ເພາະວ່າ ຖ້າ​ພວກເຮົາ​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພຣະອົງ​ແລ້ວ ໃນ​ຄວາມ​ຕາຍ​ຢ່າງ​ພຣະອົງ​ສັນໃດ ພວກເຮົາ​ກໍ​ຈະ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພຣະອົງ ໃນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ພຣະອົງ​ສັນນັ້ນ.


ແຕ່​ຖ້າ​ຜູ້ໃດ ໄດ້​ຕາຍ​ກັບ​ພຣະຄຣິດ​ແລ້ວ ພວກເຮົາ​ກໍ​ເຊື່ອ​ວ່າ​ຜູ້ນັ້ນ​ຈະ​ມີ​ຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ.


ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.


ຕົວ​ຂອງ​ພວກເຮົາ​ຍອມ​ຮັບ​ຄວາມ​ຕາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ຊີວິດ​ຂອງ​ພຣະເຢຊູເຈົ້າ​ສາມາດ​ປາກົດ​ຢູ່​ໃນ​ຕົວ​ຂອງ​ພວກເຮົາ.


ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ຜູ້​ທີ່​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ກັບ​ພຣະອົງ ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ ບໍ່​ວ່າ​ພວກເຮົາ​ຍັງ​ມີ​ຊີວິດ​ຢູ່ ຫລື​ຕາຍໄປ​ແລ້ວ​ກໍຕາມ.


ຄຳ​ນີ້​ເປັນ​ຄວາມຈິງ ຊຶ່ງ​ທຸກຄົນ​ສົມຄວນ​ຮັບ​ເອົາ​ໄວ້ ຄື​ພຣະຄຣິດເຈົ້າ​ເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພື່ອ​ໂຜດ​ເອົາ​ຄົນ​ບາບ​ທັງຫລາຍ​ໃຫ້​ພົ້ນ ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ແມ່ນ​ເຮົາ​ນີ້​ແຫຼະ ເປັນ​ຄົນ​ບາບ​ຫລາຍ​ທີ່ສຸດ,


ຄຳ​ນີ້​ເປັນ​ຄຳ​ສັດຈິງ ຖ້າ​ຄົນ​ໃດ​ມີ​ຄວາມ​ປາຖະໜາ​ຢາກ​ເປັນ​ຜູ້​ປົກຄອງ​ຄຣິສຕະຈັກ ລາວ​ກໍ​ປາຖະໜາ​ການງານ​ອັນ​ດີເລີດ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka