2 ຕີໂມທຽວ 1:9 - ພຣະຄຳພີສັກສິ9 ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຊົງເອີ້ນເອົາເຮົາທັງຫລາຍໃຫ້ເປັນໄພ່ພົນຂອງພຣະອົງ ບໍ່ແມ່ນເພາະເຫັນແກ່ການດີທີ່ເຮົາໄດ້ເຮັດນັ້ນ ແຕ່ເພາະເຫັນແກ່ພຣະປະສົງຂອງພຣະອົງເອງ ແລະພຣະຄຸນຊຶ່ງຊົງປະທານແກ່ພວກເຮົາໃນພຣະຄຣິດເຈົ້າເຢຊູ ຕັ້ງແຕ່ດຶກດຳບັນມານັ້ນ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ພຣະອົງໄດ້ໄຖ່ພວກເຮົາໃຫ້ພົ້ນ ແລະ ໄດ້ເອີ້ນພວກເຮົາມາສູ່ຊີວິດທີ່ບໍລິສຸດ ບໍ່ແມ່ນເພາະການກະທຳໃດໆທີ່ພວກເຮົາໄດ້ເຮັດ ແຕ່ເພາະປະສົງ ແລະ ພຣະຄຸນຂອງພຣະອົງເອງ. ພຣະຄຸນນີ້ໄດ້ມອບໃຫ້ແກ່ພວກເຮົາໃນພຣະຄຣິດເຈົ້າເຢຊູຕັ້ງແຕ່ກ່ອນຈຸດເລີ່ມຕົ້ນຂອງເວລາ. Uka jalj uñjjattʼäta |
ໃນເວລາໂມງນັ້ນ ພຣະເຢຊູເຈົ້າຊົງມີຄວາມຊື່ນຊົມຍີນດີ ດ້ວຍພຣະວິນຍານບໍຣິສຸດເຈົ້າ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງເປັນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ຊົງປົກບັງສິ່ງເຫຼົ່ານີ້ໄວ້ ຈາກຜູ້ມີປັນຍາ ແລະຜູ້ສະຫລາດ, ແຕ່ໄດ້ຊົງສຳແດງໃຫ້ແກ່ພວກເດັກນ້ອຍຮູ້ ຂ້າແດ່ພຣະບິດາເຈົ້າ ພຣະອົງຊົງເຫັນຊອບດັ່ງນັ້ນ.”
ແລະ ເພື່ອພຣະປະສົງໃນການຊົງເລືອກຜູ້ໜຶ່ງໄວ້ນັ້ນຈະຕັ້ງໝັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນ ເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີ ຫລືຊົ່ວ, ເພື່ອການຊົງເລືອກນັ້ນ ບໍ່ໄດ້ເປັນໄປຕາມການປະຕິບັດ, ແຕ່ເປັນໄປຕາມທີ່ພຣະອົງຊົງເອີ້ນ.
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”